ໄຂລາຍການ “ແລກປ່ຽນ, ປະດິດແຕ່ງ ແລະ ວາງສະແດງວິຈິດສິນສາກົນຄັ້ງທີ 1 ປີ 2019”

(VOVWORLD) - ຕອນບ່າຍວັນທີ 01 ສິງຫາ, ກົມວິຈິດສິນ, ຖ່າຍຮູບ ແລະ ວາງສະແດງ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລານະຄອນ ດ່າໜັງ ຈັດຕັ້ງພິທີໄຂລາຍການ “ພົວພັນແລກປ່ຽນ, ປະດິດແຕ່ງ, ງານວາງສະແດງວິຈິດສິນສາກົນຄັ້ງທີ 1 ປີ 2019” ຢູ່ ຫໍພິພິທະພັນວິຈິດສິນນະຄອນ ດ່າໜັງ.
ໄຂລາຍການ “ແລກປ່ຽນ, ປະດິດແຕ່ງ ແລະ ວາງສະແດງວິຈິດສິນສາກົນຄັ້ງທີ 1 ປີ 2019” - ảnh 1 ພິທີໄຂລາຍການ “ແລກປ່ຽນ, ປະດິດແຕ່ງ ແລະ ວາງສະແດງວິຈິດສິນສາກົນຄັ້ງທີ 1 ປີ 2019” (ພາບ: TTXVN)

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ ໃຫ້ຮູ້ວ່າ: ລາຍການ “ພົວພັນແລກປ່ຽນ, ປະດິດແຕ່ງ, ວາງສະແດງວິຈິດສິນສາກົນຄັ້ງທີ 1 ປີ 2019” ລະຫວ່າງນັກສິລະປະການ ຫວຽດນາມ ກັບນັກສິລະປະການສາກົນທີ່ມາຈາກ 15 ປະເທດຢູ່ 5 ທະວີບໃນໂລກ ແມ່ນການເຄື່ອນໄຫວພົວພັນແລກປ່ຽນວິຈິດສິນທີ່ເປັນເອກະລັກສະເພາະ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ການເປີດປະຕູຂອງ ຫວຽດນາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາ, ແນະນຳຮູບພາບປະເທດຊາດ ແລະ ປະຊາຊົນ ຫວຽດນາມ ທີ່ມີຄວາມສະໜິດສະໜົມ, ຮັກແພງແຂກຄົນ. ເຂົ້າຮ່ວມລາຍການມີຈິດຕະກອນ 25 ຄົນທີ່ມາຈາກບັນດາປະເທດໃນໂລກລວມມີ: ອົດສະຕາລີ, ຈີນ, ຝຣັ່ງ, ເຢຍລະມັນ, ອິນໂດເນເຊຍ, ອີຕາລີ, ຍີ່ປຸ່ນ, ສ.ເກົາຫຼີ, ໂມຣິດ, ມຽນມາ, ຟີລິບປິນ, ລັດເຊຍ, ສິງກະໂປ, ໄທ, ອາເມລິກາ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ