ໄຂລາຍການຕັ້ງຄ້າຍ ພັກແລ້ງຫວຽດນາມ ປີ 2013

ໄຂລາຍການຕັ້ງຄ້າຍ ພັກແລ້ງຫວຽດນາມ ປີ 2013 - ảnh 1
ລາຍການ​ຕັ້ງຄ້າຍ​ພັກ​ແລ້ງ​ຫວຽດນາມ​ ປີ 2013
(ພາບ: vietnamplus.vn)


(vovworld) -     ລາຍການ​ຕັ້ງຄ້າຍ​ພັກ​ແລ້ງ​ຫວຽດນາມ​ ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ 10 ປີ​ອວຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​​ເຫງົາ​ກໍ” ​ເຊິ່ງ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/07, ຢູ່​ໃຈກາງ​ນະຄ​ອນຮ່າ​ຢາງ (​ແຂວງ​ຮ່າ​ຢາງ, ຫວຽດນາມ). ມີ​​ໄວ​ໜຸ່ມ​ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 200 ຄົນ, ທີ່ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮໍ່າຮຽນ, ອອກ​ແຮງ​ງານ ມາ​ຈາກ 24 ປະ​ເທດ​ໃນ​ທົ່ວ​ໂລກ ພ້ອມ​ກັນ​ເຂົ້າ​ຮ່ວມ.

        ທ່ານ ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ, ປະທານ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ, ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ທາງ​ແຕ່​ເໜືອ​ຮອດ​ໃຕ້, ຄ້າຍ​ພັກ​ແລ້ງ​ປີ​ນີ້​ຈະ​ຊ່ວຍ​ໃຫ້ໄວ​ໜຸ່ມຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງ ທີ່​ພວມ​ດຳ​ລົງ​ຊີ​ວິດ ​ແລະ ຮໍ່າ​ຮຽນ​ຢູ່​ຕ່າງປະ​ເທດ, ມີ​ເງື່ອນ​ໄຂ​ສຳ​ພັດ ​ແລະ ​ເຂົ້າ​ໃຈ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍວັດທະນະທຳ​ຂອງ​ບັນດາ​ເຜົ່າ​ຫວຽດນາມ ກ່ວາ, ຜ່ານ​ນັ້ນ​ຍົກ​ສູງ​ການ​ຕອບ​ບຸນ​ແທນ​ຄຸນ​ຕໍ່​ບັນພະ​ບຸລຸດ, ຕິດ​ພັນ​ກັບ​ບ້ານ​ເກືອດ​ເມືອງ​ນອນ, ປະ​ເທດ​ຊາດ​ກວ່າ. ​ເພື​່ອນ ຟ້າ​ມ​ແຄ໋ງລີ, ນັກ​ຄົ້ນຄວ້າຂະ​ແໜງ​ພົວພັນ​ຕ່າງປະ​ເທດ​ຢູ່ ຊຽງ​ໄຮ່, ປະ​ເທດ​ຈີນ, ​ໄດ້​ແບ່ງປັນ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມາ​ຢ້ຽມຢາມ​​ເຂດ​ສຸ​ສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເມືອງ​ ວິ​ຊວຽນ ວ່າ.

 “ຂ້າພະ​ເຈົ້າ​ໄດ້​ຖະຫວາຍ​ທູບ​ທຽນບູຊາ​ພ້ອມ​ກັບ​ບັນດາ​ເພື່ອນ, ພວກ​ນ້ອງ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ ​ແລະ ສັກກະຫຼະບູຊາ. ບໍ່​ຄິດ​ໄດ້​ວ່າ​ ​ເຂດ​ສຸ​ສານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໃຫຍ່​ຄື​ແນວ​ນັ້ນ. ໝາຍ​ຄວາມ​ວ່າ ມີ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຫຼາຍຄົນ​ໄດ້​ເສຍສະຫຼະ​ຊີວິດ. ຖ້າ​ຫາກ​ບໍ່​ມາ​ນີ້, ພວກ​ນ້ອງ​ກໍ່​ບໍ່​ຮູ້​​ເຖິງ​ການ​ເສຍສະຫຼະ​ຊີ​ວິດ​ອັນຍິ່ງ​ໃຫຍ່​ປານ​ນັ້ນ”.
ຂ່າວ/ບົດ​ອື່ນ