ໄຂ​ລາຍ​ການ​ທ່ອງ​ທ່ຽວ “ຜ່ານດິນ​ແດນ​ແຫ່ງມ​ໍ​ລະ​ດົກ​ຫວຽດ​​ບັກ” ຄັ້ງ​ທີ XII

(VOVWORLD) -ລາຍການທ່ອງທ່ຽວ “ຜ່ານດິນແດນແຫ່ງມໍລະດົກຫວຽດບັກ” ຄັ້ງທີ XII ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 21 ເມສາ, ຢູ່ນະຄອນທ໊າຍງວຽນ, ແຂວງຖ໊າຍງວຽນ.
ໄຂ​ລາຍ​ການ​ທ່ອງ​ທ່ຽວ “ຜ່ານດິນ​ແດນ​ແຫ່ງມ​ໍ​ລະ​ດົກ​ຫວຽດ​​ບັກ” ຄັ້ງ​ທີ XII - ảnh 1 ທ່ານ ດ່ວານວັນວຽດ ຮອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມກ່າວຄຳເຫັນທີ່ລາຍການ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ດ່ວານວັນວຽດ ຮອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ: ລາຍການທ່ອງທ່ຽວ “ຜ່ານດິນແດນແຫ່ງມໍລະດົກ ຫວຽດບັກ” ຄັ້ງທີ XII ແມ່ນໂອກາດເພື່ອໃຫ້ທ໊າຍງວຽນ ແລະ ບັນດາແຂວງຢູ່ເຂດຫວຽດບັກ ຟື້ນຟູການທ່ອງທ່ຽວພາຍຫຼັງໄລຍະຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ແມ່ນໂອກາດເພື່ອໂຄສະນາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການພັດທະນາການທ່ອງທ່ຽວ, ບັນດາຜະລິດຕະພັນການທ່ອງທ່ຽວທີ່ພົ້ນເດັ່ນໃຫ້ບັນດານັກລົງທຶນ ແລະ ແຂກທ່ອງທ່ຽວຮັບຊາບ. ທ່ານກ່າວວ່າ:

        ບັນດາແຂວງພັດທະນາບັນດາພະລິດຕະພັນທ່ອງທ່ຽວທີ່ມີລັກສະນະພິເສດ ແລະ ສ້າງໄດ້ຈຸດພິເສດທີ່ແຕກຕ່າງກັນກັບບັນດາທ້ອງຖິ່ນອື່ນໆ. ພິເສດ, ຂຸດຄົ້ນ, ແນະນຳພື້ນຖານວັດທະນະທຳພົ້ນເດັ່ນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນເຂດຫວຽດບັກ, ຍູ້ແຮງບັນດາການເຄື່ອນໄຫວຫັນເປັນດີຈີຕອນ ແລະ ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນຂົງເຂດການທ່ອງທ່ຽວ. ໄປຄຽງຄູ່ກັນນັ້ນ, ກໍ່ຕ້ອງເພີ່ມທະວີການຄົ້ນຄ້ວາຜະລິດຕະພັນໃໝ່, ຍູ້ແຮງການສົ່ງເສີມການຕະຫຼາດ ທ່ອງທ່ຽວພາຍໃນປະເທດ ເພື່ອດຶງດູດໄດ້ແຂກທ່ອງທ່ຽວ ມາທ່ອງທ່ຽວຢູ່ ຖ໊າຍງວຽນ ແລະ ບັນດາແຂວງ ຫວຽດບັກ.

        ລາຍການໄດ້ດຳເນີນໃນລະຫວ່າງວັນທີ 21 – 23 ເມສາ ດ້ວຍຫຼາຍການເຄື່ອນໄຫວຄື: ພົບປະແລກປ່ຽນສິລະປະວັດທະນະທຳ ຊາ, ງານວາງສະແດງບັນດາຊຸດອາພອນຊົນເຜົ່າ…

ຕອບກັບ

ຂ່າວ/ບົດ​ອື່ນ