ໄຂລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ອີຕາລີ

(VOVWORLD) -ຕອນຄ່ຳວັນທີ  3 ຕຸລາ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມື ໄດ້ຈັດພິທີໄຂລາຍການໂຄສະນາການທ່ອງທ່ຽວຫວຽດນາມ ທີ່ມີຊື່ວ່າ “A Soulful Vietnam”, ທີ່ນະຄອນ ມິລານ ທາງພາກເໜືອຂອງ ອີຕາລີ. ຊຶ່ງນອນໃນບັນດາເຫດການໂຄສະນາການທ່ອງທ່ຽວ ຫວຽດນາມ 2018 ຢູ່ພາກພື້ນເອີຣົບຕາເວັນຕົກ
ໄຂລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ອີຕາລີ - ảnh 1ບັນດາຜູ້ແທນ, ຜູ້ຕາງໜ້າວິສາຫະກິດ, ບໍລິສັດທ່ອງທ່ຽວ ອີຕາລີ ເຂົ້າຮ່ວມ ພິທີໄຂ (ພາບ:Quang Thanh/Vietnam+) 

ນີ້ຈະແມ່ນໂອກາດເພື່ອໃຫ້ຂະແໜງການທ່ອງທ່ຽວຫວຽດນາມໄດ້ແນະນຳບັນດາຜະລິດຕະພັນການທ່ອງທ່ຽວ, ນະໂຍບາຍພັດທະນາການທ່ອງທ່ຽວ, ກໍ່ຄືການໂຄສະນາຕໍ່ແຂກທ່ອງທ່ຽວກ່ຽວກັບຄວາມ ສວຍສົດງົດງາມ ຂອງປະເທດຫວຽດນາມ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າຈັບອົກຈັບໃຈຄື: ອ່າວຮ້າລອງ, ກຸງເກົ່າແກ່ ເຫວ້, ຄຸ້ມຖະໜົນເກົ່າ ໂຮ້ຍອານ, ລະບົບຖ້ຳ ຢູ່ ຟອງຍາ - ແກ໋ບ່າງ, ຫຼືບັນດາຜະລິດຕະພັນທ່ອງທ່ຽວທີ່ໂດດເດັ່ນທາງດ້ານວັດທະນະທຳ ແລະ ອາຫານການກິນຂອງຫວຽດນາມ.

ພາກພື້ນ ເອີຣົບຕາເວັນຕົກ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມຂອງການທ່ອງທ່ຽວ ຫວຽດນາມ. ຫວ່າງແລ້ວນີ້, ລັດຖະບານໄດ້ຕົກລົງ ຕໍ່ກຳນົດເວລາການຍົກເວັ້ນ ວີຊາ ເຂົ້າເມືອງ ຫວຽດນາມ ໃຫ້ແກ່ພົນລະເມືອງ 5 ປະເທດເອີຣົບຕາເວັນຕົກ (ອັງກິດ, ຝຣັ່ງ, ເຢຍລະມັນ, ອີຕາລີ ແລະ ແອັດສະປາຍ) ໃນໄລຍະເວລາ 3 ປີ ເຊິ່ງເລີ່ມແຕ່ວັນທີ 1 ກໍລະກົດ 2018 – 30 ມິຖຸນາ 2020, ຜ່ານນັ້ນ ຈະປະກອບສ່ວນດຶງດູດນັກທ່ອງທ່ຽວທີ່ມາຈາກບັນດາປະເທດເຫຼົ່ານີ້ ມາທ່ຽວຢູ່ຫວຽດນາມຫຼາຍກວ່າອີກ.

ນີ້ແມ່ນໂຄງການສົ່ງເສີມການທ່ອງທ່ຽວແຫ່ງຊາດ ໂດຍກົມໃຫຍ່ການທ່ອງທ່ຽວເປັນເຈົ້າພາບຈັດຂຶ້ນ, ໂດຍມີການສົມທົບກັບກົມຮ່ວມມືສາກົນ, ສູນວັດທະນະທຳຫວຽດນາມ ປະຈຳຝຣັ່ງ ຂື້ນກັບກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ, ສະຖານທູດຫວຽດນາມ ປະຈຳບັນດາປະເທດເອີຣົບຕາເວັນຕົກ ແລະ ບັນດາບໍລິສັດການບິນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ