ໄຂລາຍງານພົບປະມິດຕະພາບ ຊາວໜຸ່ມແຂວງ ກວາງຈິ້ - ລາວ ຄັ້ງທີ 4

ໄຂລາຍງານພົບປະມິດຕະພາບ ຊາວໜຸ່ມແຂວງ ກວາງຈິ້ - ລາວ ຄັ້ງທີ 4 - ảnh 1
(ພາບປະກອບ)

(vovworld) -     ງານ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່ມ​ແຂວງ ກວາງ​ຈິ້ (ຫວຽດນາມ) - ສະຫວັນ​ນະ​ເຂດ (ລາວ) ​ຄັ້ງ​ທີ 4 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 26/9, ຢູ່​ແຂວງ​ກວາງ​ຈິ້. ທີ່​ພິທີ​ໄຂ, ຜູ້ຕາງໜ້າ​ຄະນະ​ຊາວ​ໜຸ່ມ 3 ​ແຂວງ ກວາງ​ຈິ້ (ຫວຽດນາມ), ສະຫວັນ​ນະ​ເຂດ, ສາລາ​ວັນ (ລາວ)  ​ໄດ້​ຊີ້​ແຈ້ງ​ບົດບາດ, ທີ່​ຕັ້ງ ກໍ​ຄື​ຄູວາ​ມໝາຍ​ອັນ​ໃກ້​ຊິດ​ສະໜິດສະໜົ​ມຂອງ​ສາຍ​ພົວພັນ​ຫວຽດນາມ - ລາວ; ​ເນັ້ນ​ໜັກ​ວ່າ ຄວນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ກວ່າ​ອີກ, ​ເພື່ອສ້າງສາຍ​ພົວພັນ​ສາ​ມັກ​ຄີ​ລະຫວ່າງ​ສອ​ງປະ​ເທດ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ເຂັ້ມ​ແຂງ. ​ທີ່​ພິທີ, ຜູ້ຕາງໜ້າ​ການ​ນຳ​ແຂວງ​ສາລາ​ວັນ (ລາວ) ​ໄດ້​ມອບ​ຫຼຽນ​ກາ​ມິດຕະພາບ​ຂອງ​ທ່ານ​ນາຍົກລັດຖະມົນຕີລາວ ​ໃຫ້​ແກ່​ຜູ້ຕາງໜ້າ​ຄະນະ​ຊາງ​ໜຸ່ມ​ແຂວງ​ກວາງ​ຈິ້ ​ແລະ ​ເທື່ອ​ທຽວ​ເຫ໋ວ. ຄະນະ​ຊາວ​ໜຸ່ມ ​ແລະ ການ​ນຳ​ແຂວງ​ກວາງ​ຈິ້ ກໍ​ໄດ້​ມອບ​ດອກ​ໃມ້,ທຸງ​ທີ່​ລະນຶກໃຫ້ 3 ຄະນະ​ຜູ້​ແທນ​ແຂວງ ກວາງ​ຈິ້, ສະຫວັນ​ນະ​ເຂດ, ສາລາ​ວັນ.

ໃນ​ຂອບ​ເຂດງານ​ພົບ​ປະຍັງ​ມີ​ການ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້ຕາງໜ້າ​ດ້ວຍ​ຫົວ​ຂໍ້​ວ່າ “​ໄວ​ໜຸ່ມ​ຮ່ວມ​ມື​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ ມິດຕະພາບ” ອີ​ກດ້ວຍ.

ຂ່າວ/ບົດ​ອື່ນ