ໄຂວັນກາບກອນ ຫວຽດນາມ

ໄຂວັນກາບກອນ ຫວຽດນາມ - ảnh 1
ຊາວ​ນ​ະ​ຄອນ​ຫລວງ​ຮ່າ​ໂນ້ຍ​ເຂົ້າ​ຮ່ວມ​ວັນ​ກາບກອນ
​ຫວຽດ​ນາມປີ 2015
ພາບ:vietnamplus.vn

 (vovworld)- ຕອນ​ເຊົ້າ​ວັນ​ທີ 5/3, ພິ​ທີ​ໄຂວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 13 ດຳ​ເນີນ​ໄປ ວ​ັນ​ມຽວ -ກວກ​ຕື​ຢາມ, ຮ່າ​ໂນ້ຍ ດ້ວຍ​ຫົວ​ເລື່ອງ​ມູ່ງ​ໄປ​ເຖິງ​ເຂດ​ທະ​ເລ ແລະ ໝູ່​ເກາະ. ພ້ອມ​ກັບ​ເຫດ​ການ​ງານ​ມະໂຫລານ​ກາບກອນ ອາ​ຊີ - ປາ​ຊີ​ຟີກ ແລະ ກອງ​ປະ​ຊຸມ​ໂຄ​ສະ​ນາ​ວັນ​ນະ​ຄະ​ດີ, ເຂົ້າ​ຮ່ວມວັນ​ກາບກອນ​ຫວຽດ​ນາມ ຄັ້ງ​ທີ 13 ​ມີ​ນັກ​ກະ​ວີ, ນັກ​ປະ​ພັນ ແລະ ນັກ​ແປ​ພາ​ສາ 150 ຄົນ ມາ​ຈາກ 41 ປະ​ເທດ​ໃນ​ໂລກ. ນັກ​ກະ​ວີ ຫງວຽນ​ກວາງ​ທ່ຽວ, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ວັນ​ກາບກອນ ຫວຽດ​ນາມ ປີ 2015 ເພື່ອ​ແນະ​ນຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ໝາກ​ຜົນ, ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ໃຫ້​ແກ່​ເພື່ອນ​ມິດ​ສາ​ກົນ​.

        “ປີນີ້​ແມ່ນ​ຂີດ​ໝາຍ​ເພື່ອ​ໃຫ້​ພວກ​ເຮົາ​ຫັນ​ແນວ​ຄວາມ​ຄິດ ແລະ ຍຸດ​ທະ​ສາດ​ຂອງ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ, ຂອງ​ລັດ​ໃນ​ການ​ໂຄ​ສະ​ນາ​ວັນ​ນະ​ຄະ​ດີ​ຫວຽດ​ນາມ​ອອກ​ສູ່​ໂລກ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ຜູ້​ເຮັດ​ວຽກ​ງານ​ຄຸ້ມ​ຄອງສິ​ລະ​ປະວັນ​ນະ​ຄະ​ດີເຫັນ​ວ່າ ສິລະ​ປະວັນ​ນະ​ຄະ​ດີ ພິ​ເສດ​ແມ່ນ​ກາບກອນ​ສາ​ມາດ​ນຳ​ມາ​ເຊິ່ງ​ກຳ​ລັງ​ແຮງ​ໃນ​ການ​ເຊື່ອມ​ຕໍ່, ອະ​ທິ​ບາຍ, ພິ​ສູດ​ໃຫ້​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ຊື່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ປະ​ຫວັດ​ສາດ.”

ໃນ​ຂອບ​ເຂດ​ວັນ​ກາບກອນ​ຫວຽດ​ນາມ 2015 ໄດ້​ດຳ​ເນີນ​ງານ​ວາງ​ສ​ະ​ແດງ​ພົວ​ພັນ​ແລກ​ປ່ຽນ​ວັນ​ນະ​ຄະ​ດີ​ສາ​ກົນ, ບັນ​ດາ​ບົດ​​ປະ​ພັນວັນ​ນະ​ຄະ​ດີ ຫວຽດ​ນາມ ໄດ້ ແປເປັນ​ພາ​ສາ​ຕ່າງ​ປະ​ເທດ ແລະ ​ພິມ​ຈຳ​ຫນ່າຍຢູ່​ຕ່າງ​ປະ​ເທດ.  

ຂ່າວ/ບົດ​ອື່ນ