ໄຂວັນຊາວໜຸ່ມອາຊຽນຄັ້ງທີ19

ໄຂວັນຊາວໜຸ່ມອາຊຽນຄັ້ງທີ19 - ảnh 1
(ພາບປະກອບຈາກ Đình Trân/TTXVN)

(vovworld) – ວັນ​ຊາວ​ໜຸ່ມ​ອາ​ຊຽນຄັ້ງ​ທີ 19 ​ໄດ້​​ຖືກໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ​ແຂວງ ກວາງ​ນິງ, ​ແຕ່​ວັນ​ທີ 11 – 15/11, “ວັນ​ຊາວ​ໜຸ່ມ ອາ​ຊຽນ” ຄັ້ງທີ 19 ​ໂດຍ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ຈັດ​ຕັ້ງ ​ແມ່ນ​ເວທີ​ປາ​ໄສ​​ເພື່ອ​ໃຫ້​ບັນດາ​ອົງການ​ຊາວ​ໜຸ່ມ ​ແລະ ສ່ວນ​ບຸກຄົນ​ດີ​ເດັ່ນ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອງ​ໄຫວ​ຕ່າງໆ, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ປະຊາ​ຄົມ, ​ເສີມ​ຂະຫຍາຍ​ບົດບາດ​ປະຈັນ​ບານ, ມີ​ຫົວຄິດ​ປະດິ​​ດສ້າງ​ຂອງ​ຊາວ​ໜຸ່ມ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ໃນ​ຕອນ​ເຊົ້າ​ວັນ​ທີ 12/11, ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາສູນ​ກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ເຢືອງວັນ​ອານ, ​ໃຫ້​ຮູ້​ວ່າ:

        “ຜ່ານ​ລາຍການ “ວັນ​ຊາວ​ໜຸ່ມ​ ອາຊຽນ” ຄັ້ງ​ນີ້, ຫວຽດນາມ ສາມາດ​ຖອດ​ຖອນ​ໄດ້​ບົດຮຽນ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ກໍ່​ຄື​ເລື່ອງ​ເປັນ​ເສນາ​ທິການ​ເພື່ອ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​​ໃຫ້​ຊາວ​ໜຸ່ມ. ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ: ດ້ວຍ​ທີ່​ຕັ້ງ​ບົດບາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງຢືນ​ຂອງ​ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ, ​ເລື່ອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ຈັດ​ຕັ້ງ​ວັນ​ຊາວ​ໜຸ່ມ ອາ​ຊຽນ ກໍ່​ແມ່ນ​ວິທີ​ເພື່ອ​ໃຫ້​ພວກ​ເຮົາ​ສ້າງ​ເວທີ​ປາ​ໄສ​ຂອງ ຫວຽດນາມ ​ເວົ້າ​ລວມ ​ແລະ ຊາວ​ໜຸ່ມ ຫວຽດນາມ​ ​ໃນ​ດວງໃຈ​​ເພື່ອ​ນມິດສາ​ກົນ​..”

ຂ່າວ/ບົດ​ອື່ນ