ໄຂວັນບຸນ ອາຊຽນ

(VOVWORLD) -  ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ ຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ, ທີ່ຮ່າໂນ້ຍ, ໄດ້ໄຂງານບຸນ ອາຊຽນ (ອາຊຽນ Festival). ນີ້ແມ່ນການເຄື່ອນໄຫວນອນໃນແຜນຮ່າງຈັດຕັ້ງການໂຄສະນາ ແລະ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ ແຜນການເຄື່ອນໄຫວປີ 2017 ຂອງຄະນະຊີ້ນຳຖະແຫຼງຂ່າວສື່ສານ ອາຊຽນ.

ໄຂວັນບຸນ ອາຊຽນ - ảnh 1 ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກ່າວຄຳເຫັນທີ່ພິທີໄຂ

(ພາບ: Huong Tra)

ເຂົ້າຮ່ວມພິທີໄຂ ມີທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ບັນດາເອກອັກຄະລັດຖະທູດ ອາຊຽນ.

        ໃນຂອບເຂດງານບຸນ ອາຊຽນ ທີ່ແກ່ຍາວຮອດວັນທີ 15 ກໍລະກົດ ໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆຄື: ວາງສະແດງຕາຕະລາງ ກ່ຽວກັບວິວັດການສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນໃນເຄິ່ງສະຕະວັດ, ບັນດາຊຸດສະແຕມໄປສະນີ ກ່ຽວກັບປະຊາຄົມ ອາຊຽນ, ພາບຖ່າຍສິລະປະດ້ວຍຫົວຂໍ້ກ່ຽວກັບປະເທດຊາດ ແລະ ປະຊາຊົນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາຊົນເຜົ່າໃນອາຊຽນ, ພາບສື່ມວນຊົນກ່ຽວກັບ ອາຊຽນ. ກ່າວຄຳເຫັນໄຂງານບຸນ, ທ່ານ ເຈືອງມີງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ:

        “ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ຈັດຕັ້ງວັນບຸນ ອາຊຽນ ເພື່ອແນະນຳວິວັດການສ້າງຕັ້ງປະເທດຊາດ, ປະຊາຊົນ, ວິວັດການສ້າງຕັ້ງພື້ນຖານວັດທະນະທຳ ຂອງບັນດາປະເທດ ອາຊຽນ. ວັນບຸນ ອາຊຽນ ໄດ້ສົມທົບຫຼາຍເນື້ອໃນຜ່ານການສະແດງທີ່ມີຫຼາຍຮູບຫຼາຍແບບ ທີ່ໄດ້ແນະນຳ ແລະ ສະໜອງໃຫ້ຜູ້ຊົມຮູບພາບກ່ຽວກັບ ອາຊຽນ ຜ່ານຫຼາຍແງ່ມູມ. ບັນດາຜະລິດຕະພັນໄດ້ຮັບການວາງສະແດງແມ່ນສ່ອງແສງຫຼາຍຫົວເລື່ອງ, ໄດ້ຮັບການເລືອກເຟັ້ນຜ່ານການເສັງຢູ່ພາກພື້ນ, ມີຄຸນນະພາບສູງກ່ຽວກັບສິລະປະ ແລະ ເນື້ອໃນສ່ອງແສງພາຍໃຕ້ຫຼາຍຮູບແບບ.”

       

ຕອບກັບ

ຂ່າວ/ບົດ​ອື່ນ