ໄຂວັນ​ບຸນ​ງານ​ຕະຫຼາດ​ນັດ ຟອງ​ລຶວເຄົາ​ວາຍ

(VOVWORLD) - ວັນບຸນໄດ້ຈັດຂຶ້ນເປັນປະຈຳປີ ໃນວັນທີ 27 ມີນາໄລ່ຕາມຈັນທະປະຕິທິນ. ວັນບຸນງານຕະຫຼາດນັດ ຟອງລຶວເຄົາວາຍ ໄດ້ຮັບການເຊີດຊູຄວາມງາມກ່ຽວກັບການພົວພັນດ້ານມະນຸດສະທຳລະຫວ່າງຄົນ ກັບຄົນ.
ໄຂວັນ​ບຸນ​ງານ​ຕະຫຼາດ​ນັດ ຟອງ​ລຶວເຄົາ​ວາຍ - ảnh 1ພິທີໄຂ ວັນບຸນງານຕະຫຼາດນັດ ຟອງລຶວເຄົາວາຍ (ພາບ: TTXVN)

ຕອນຄ່ຳວັນທີ 15 ພຶດສະພາ, ຢູ່ຕາແສງ ເຄົາວາຍ (ເມືອງແມ່ວວາກ, ແຂວງ ຮ່າຢາງ), ໄດ້ດຳເນີນວັນບຸນຕະຫຼາດນັດ ຝອງລຶວເຄົາວາຍປີ 2023. ຕະຫຼາດນັດ ຟອງລຶວເຄົາວາຍ (ຫຼືເອີ້ນວ່າຕະຫຼາດແຫ່ງຄວາມຮັກ ເຄົາວາຍ) ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ, ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1919 ເຊິ່ງແມ່ນເລື່ອງລາວ ທີ່ມີລັກສະນະເທບນິນາຍ ໄດ້ກາຍເປັນຈຸດດຳເນີນຊີວິດທີ່ພົ້ນເດັ່ນ, ເປັນເອກະລັກສະເພາະ ແລະ ເຂັ້ມຂຸ້ນໄປດ້ວຍວັດທະນະທຳຂອງປະຊາຊົນບັນດາເຜົ່າເມືອງ ແມວວາກ ເວົ້າສະເພາະ ແລະ ແຂວງຮ່າຢາງເວົ້າລວມ.

ວັນບຸນໄດ້ຈັດຂຶ້ນເປັນປະຈຳປີ ໃນວັນທີ 27 ມີນາໄລ່ຕາມຈັນທະປະຕິທິນ. ວັນບຸນງານຕະຫຼາດນັດ ຟອງລຶວເຄົາວາຍ ໄດ້ຮັບການເຊີດຊູຄວາມງາມກ່ຽວກັບການພົວພັນດ້ານມະນຸດສະທຳລະຫວ່າງຄົນ ກັບຄົນ, ພິເສດແມ່ນເຊີດຊູຄວາມຮັກທີ່ຈິງໃຈ, ສົດໄສ ແລະ ໂຣແມນຕິກຂອງຄູ່ບ່າວສາວ. ເຂົ້າຮ່ວມວັນບຸນຕະຫຼາດນັດ ຟອງລຶວເຄົາວາຍ, ແຂກທ່ອງທ່ຽວຈະໄດ້ລົງພຶດຕິກຳຕົວຈິງບັນດາການເຄື່ອນໄຫວທີ່ເປັນໜ້າຈັບອົກຈັບໃຈຄື: ຊົມຕີນົກ, ພິຊິດຈອມພູ ມ໊າປີແລ້ງ, ລ່ອງເຮືອຊົມວິວຢູ່ແມ່ນ້ຳຍໍເກ້ວ… ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງພ້ອມກັບປະຊາຊົນທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ