ໄຂວັນບຸນບໍລິຈາກເລືອດ “ຢາດເລືອດແດງ ໄຕໂດ”

ໄຂວັນບຸນບໍລິຈາກເລືອດ “ຢາດເລືອດແດງ ໄຕໂດ” - ảnh 1
ຜູ້ເຂົ້າຮ່ວມການບໍລິຈາກເລືອດ
(ພາບ: nihbt.org.vn)

(​vovworld) – ​ໂດຍ​ນອນ​ໃນ​ຂອບ​ເຂດ​ລາຍການບໍລິຈາກ​ເລືອດ ຄັ້ງ​ທີ 1 ປີ 2013, ວັນ​ທີ 9/7, ຢູ່​ແຂວງ ​ເກີ່ນເທີ ​ໄດ້​ດຳ​ເນີນ​ວັນ​ບຸນ​ບໍລິຈາກ​ເລືອດ “ຢາດ​ເລືອດ​ແດງ ​ໄຕ​ໂດ” ​ໂດ​ຍສະ​ຖາ​ບັນ​ໂລຫິດ​ສາດ - ສົ່ງ​ເລືອດ​ສູນ​ກາງ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ນີ້​ໄດ້ດຶງ​ດູດ​ພະ​ນັກ​ງານ, ກຳມະກອນ, ລັດຖະກອນ, ກຳລັງ​ປະກອບ​ອາວຸດ ​ແລະ ນັກ​ສຶກສາ​​ເຂົ້າ​ຮ່ວມເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເລືອດ​ເກືອບ 1000 ​ຖົງ​ທີ່​​​ເກັບ​ມາ​ໄດ້ໃນ​ວັນບຸນ “ຢາດ​ເລືອດ​ແດງ ​ໄຕ​ໂດ” ຄັ້ງ​ນີ້ ສາມາດ​ແກ້​ໄຂ​ສະພາບ​ຂາດ​​ແຄນ​​ເລື​ອດ​ໃນ​ການ​ປິ່ນປົວ​ພະຍາດໃນ​ລະດູ​ຮ້ອນ​​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​​ແນ​ໃສ່​ຕອບ​ສະໜອງ​ບັ້ນ​ຂົນຂວາຍ “ຢາດ​ເລືອດ​ແດງ​ລະດູ​ຮ້ອນ” ​ໃນ​ທົ່ວ​ປະ​ເທດ​ ​ເພື່ອ​ປະ​ກອບ​ສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​​​ບໍລິຈາ​ກ​ເລືອດໃຫ້​ໄດ້ 1 ລ້ານຖົງ​ໃນ​ປີ 2013 ນີ້. ທ່ານ ຟ້າ​ມຕ໋ວນ​ເຢືອງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ໂທ​ຫິດ​ສາດ - ສົ່ງ​​ເລືອ​ດສູນ​ກາງ, ​ໃຫ້​ຮູ້​ວ່າ:

    “​ລາຍການ​ບໍລິຈາກ​ເລືອດຈະ​ພ້ອມ​ກັບ​ບັນດາ​ຫົວໜ່ວຍ​ຢູ່​ທ້ອງ​ຖິ່ນ​​ເກັບ​​ເລື​ອດບໍລິຈາ​ກ​ໃຫ້​ໄດ້​​ຫຼາຍ​ຖົງ ​ຕ້ອງ​ເຮັດ​​ແນວ​ໃດ​​ແຕ່​ລະ​ມື້, ​ໃນ​ທົ່ວ​ປະ​ເທດ​ສາມາດເກັບ​​ເລືອກ​ບໍລິຈາກ​ໃຫ້ໄດ້​ຢ່າງ​ນ້ອຍ​ສຸດ​ແມ່ນ​ 300 ຖົງ. ​ເຮັດ​ໄດ້​ຄື​ແນວ​ນັ້ນ, ຈະ​ຊ່ວຍ​ໃຫ້​ຄົນ​ເຈັບ​ປວດທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ປະກອບສ່ວນ​ຫລຸດ​ຜ່ອນ​ລາຍ​ຈ່າຍ​​ໃຫ້​​ບັນດາ​ຄອບຄົວຂອງ​ຄົນ​ເຈັບ.”

   

ຂ່າວ/ບົດ​ອື່ນ