ໄຂວັນບຸນປື້ມແລະງານວາງສະແດງບັນດາພະຍານຫຼັກຖານປະຫວັດສາດກ່ຽວກັບໝູ່ເກາະຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ

ໄຂວັນບຸນປື້ມແລະງານວາງສະແດງບັນດາພະຍານຫຼັກຖານປະຫວັດສາດກ່ຽວກັບໝູ່ເກາະຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ - ảnh 1
ສະ​ຖານ​ທີ່​ວາງ​ສະ​ແດງພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ກ່ຽວ​ກັບ​ໝູ່​ເກາະ ​ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ​ ຫວຽດ​ນາມ
(ພາບ: vietnamnet.vn)

(vovworld) - ຕອນ​ຄ່ຳ​ວັນ​ທີ 26/3, ​ ​ນະ​ຄອນ ເກີ່ນ​ເທີ ໄດ້ໄຂວັນ​ບຸນ​ປື້ມ​ ແລະ​ ງານວາງ​ສະ​ແດງ​ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ກ່ຽວ​ກັບ​ໝູ່​ເກາະ ​ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ​ ຫວຽດ​ນາມ. ນີ້​ແມ່ນ​ບັ້ນ​ດຳ​​ເນີນ​ຊີ​ວິດ​ການ​ເມືອງ​ສຳ​ຄັນ​ເພື່ອ​ແນ​ໃສ່​ຍົກ​ສູງ​ນ້ຳ​ໃຈ​ສາ​ມັກ​ຄີ, ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ. ທ່ານ ໂດ໋​ຮ່​ວາງ​ຈູງ, ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງ​ຂ່​າວ ແລະ ສື່​ສານ​ນະ​ຄອນ ໂຮ່​ຈີ​ມິນ, ໃຫ້​ຮູ້​ວ່າ:

    “ຈັດ​ຕັ້ງ​​ບ່ອນວາງ​ສະ​ແດງ​ກ່ຽວ​ກັບ​ຮ່​ວາງ​ຊາ, ເຈື່ອງ​ຊາ​ຂອງ ຫວຽດ​ນາມ ເພື່ອ​ແນ​ໃສ່​ດຶງ​ດູດ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ມຸ່ງ​ໄປ​ສູ່​​ເຂດທະ​ເລ​, ໝູ່​ເກາ​ະ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ໂຄ​ສະ​ນາ, ເ​ຜີຍ​ແຜ່​​ຜ່ານພາ​ຫະ​ນະ​ສື່ມວນ​ຊົນ​, ພິ​ເສດ​ແມ່ນ​ໜັງ​ສື​ພິມ, ວິ​ທະ​ຍຸ, ໃນ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ… ນອກ​ຈາກນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ໂຄ​ສະ​ນາເຖິງ​ເມືອງຕ່າງໆເພື່ອໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ຮູ້​ຈັກ​ເຖິງວັນ​ບຸນ​ປື້ມ​ຄັ້ງ​ນີ້.”


ຂ່າວ/ບົດ​ອື່ນ