ໄຂວັນບຸນຢູ່ເຊີແນວເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງສປຊ

ໄຂວັນບຸນຢູ່ເຊີແນວເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງສປຊ - ảnh 1
ໄຂວັນບຸນຢູ່ເຊີແນວເນື່ອງໃນໂອກາດ
ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງສປຊ
(ພາບ: TTXVN)


(vovworld) – ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ປະຊາ​ຊາດ, ຫ້ອງການ​ສະຫະ​ປະຊາ​ຊາດ ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​​ເຊີ​ແນວ, ປະ​ເທດ​ສະ​ວິດ​ ​​ໄດ້​ຈັດວັນ​ບຸນໃນ​ວັນ​ທີ 24/10, ​ເພື່ອຕ້ອນຮັບ​ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ ມວນ​ຊົນມາ​ຊອກ​ຮູ້ ​ແລະ ຄົ້ນ​ຫາການ​ເຄື່ອນ​ໄຫວຕ່າງໆ​ຂອງ​ອົງການ​ສາກົນ ທີ່​ໄດ້ຮັບ​ການ​ສ້າງ​ຕັ້ງພາຍຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ນີ້. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຫົວໜ້າ​ຫ້ອງການ​ສະຫະ​ປະຊາ​ຊາດ ປະຈຳ​​ເຊີ​ແນວ Michael Moller, ​ເນັ້ນ​ໜັກ​ວ່າ, ວັນ​ບຸນແມ່ນ​ເຫດການເພື່ອ​ໃຫ້​ມວນ​ຊົນ​ສາມາດ​ຄົ້ນ​ຫາ, ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຫຼາຍ​ຝ່າຍ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ນີ້​ຢ່າງ​ຈະ​​ແຈ້​ງກວ່າ.

      ມີ​ການ​ເຄື່ອນ​ໄຫວ​ຫຼາຍຢ່າງ​ຖືກ​ດຳ​ເນີນ​​ໃນ​ວັນ​ນີ້​ຄື: ບັນດາ​ລາຍການ​​ແນ​ະນຳ​ການທ່ອງ​ທ່ຽວ, ງານ​ວາງສະ​ແດງ​ພາບ​ສິລະ​ປະ, ບັນດາ​ການ​ເຄື່ອນ​ໄຫວ​ກິລາ, ລະ​ຫຼິ້ນ, ແຕ້ມ​ຮູບສຳລັບທຸກ​​ເກ່ນ​ອາຍຸ…

ຂ່າວ/ບົດ​ອື່ນ