ໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຊາວເຜົ່າຂະແມ ປີ 2015

ໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຊາວເຜົ່າຂະແມ ປີ 2015 - ảnh 1
(ພາບປະກອບ: vhttdlkv3.gov.vn)

​(vovworld) –  ພິທີ​ໄຂ “ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຜົ່າຊາວ​ຂະ​ແມ ປີ 2015” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 12/04, ຢູ່​ແຂວງ​ອານ​ຢາງ. ທີ່​ພິທີ​ໄຂ, ​ໄດ້​ຈັດ​ງານ​ມະ​ໂຫລານ​ມະຫາ​ຊົນ ​ແລະ ສະ​ແດງ​ຊຸດອາພອນ​ປະຈຳເຜົ່າ​ຂະ​ແມ, ງານ​ມະ​ໂຫລານ​ວັດທະນະທຳ​ອາຫານ​ການ​ກິນທີ່​ເປັນ​ມູນ​ເຊື້ອ, ງານ​ວາງສະ​ແດງພາບ​ຖ່າຍ ​ແລະ ວາງສະ​ແດງວັດ​ຖຸພັນ​ດ້ວຍ​ຫົວ​ຂໍ້ “ປະຊາຊົນ​ຊາວ​ເຜົ່າ​ຂະ​ແມອາ​ຢາງ ຂໍ່ານັບ​ຮັບ​ຕ້ອນ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມບູນ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ”, ພ້ອມ​ກັບ​ບັນດາ​ການ​ເຄື່ຶອນ​ໄຫວ​ກິລາ ​ແລະ ການລະ​ຫຼິ້ນພື້ນ​ເມືອງ. ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ເຜົ່າ​ຂະ​ແມອາ​ນຢາງ ຄັ້ງ​ທີ 10 ປີ 2015 ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 – 14/04.

ຂ່າວ/ບົດ​ອື່ນ