ໄຂວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ

(VOVWORLD) - ຕອນຄ່ຳວັນທີ 2 ກໍລະກົດ ຢູ່ ນະຄອນຫລວງ ມົດສະກູ ສະຫະພັນລັດເຊຍ ໄດ້ດຳເນີນພິທີໄຂ “ວັນບຸນວັດທະນະທຳ ຫວຽດນາມ ຢູ່ ລັດເຊຍ ປີ 2024”. ພິທີໂດຍກະຊວງວັດທະນະທຳ ສະຫະພັນລັດເຊຍ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັນຈັດຕັ້ງ.

ໄຂວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ສະ​ຫະ​ພັນ​ລັດ​ເຊຍ - ảnh 1ລາຍການສະແດງສິລະປະ ຢູ່ວັນບຸນ (ພາບ: VOV)

ເຂົ້າຮ່ວມພິທີໄຂ ມີທ່ານ Andrey Yatskin, ຮອງປະທານ ທີຫນຶ່ງ ສະພາສູງລັດເຊຍ, ທ່ານ Olga Liubimova ລັດຖະມົນຕີ ກະຊວງວັດທະນະທຳ ສະຫະພັນລັດເຊຍ, ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ຫວຽດນາມ,   ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ພ້ອມກັບຜູ້ແທນ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລັດເຊຍ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Andrey Yatskin ຮອງປະທານ ທີຫນຶ່ງ ສະພາສູງລັດເຊຍ ໄດ້ຢັ້ງຢືນວ່າ ການພົວພັນຮ່ວມມືດ້ານວັດທະນະທຳ - ວັດທະນະທຳມະນຸດ ມີບົດບາດສຳຄັນພິເສດໃນການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ຫວຽດນາມ ແລະ ລັດເຊຍ. ໃນຂະນະນັ້ນ ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢືນຢັນວ່າ:

 “ວັນບຸນວັດທະນະທຳ ຫວຽດນາມ ຢູ່ ລັດເຊຍ ປີ 2024 ເປັນການພິສູດໃຫ້ເຫັນການປັບປຸງ, ເສີມຂະຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ໄມຕິຈິດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ ແລະ ລັດເຊຍ ໂດຍ ການນຳ ແລະ ປະຊາຊົນສອງປະເທດທີ່ໄດ້ສ້າງສາ ແລະ ເພີ່ມພູນຄູນສ້າງຜ່ານບັນດາໄລຍະ

ຊຸມວັນວັດທະນະທຳ ຫວຽດນາມ ຢູ່ ລັດເຊຍ ປີ 2024 ໄດ້ດຳເນີນແຕ່ວັນທີ 1-7 ກໍລະກົດ ຢູ່ບັນດານະຄອນໃຫຍ່ຂອງລັດເຊຍ. ໃນຂອບເຂດລາຍການ ຈະຈັດ “ວັນຮູບເງົາ ຫວຽດນາມ” ໂດຍແນະນຳຮູບເງົາ 5 ເລື່ອງຂອງບັນດາຜູ້ກຳກັບການສະແດງ ຫວຽດນາມ ທີ່ຍາດໄດ້ຫລາຍລາງວັນລະດັບຊາດ ແລະ ສາກົນ.

ນັກຂ່າວ VOV ປະຈຳລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ