ໄຂວັນບຸນວັດທະນະທຳຊົນເຜົ່າ ມົ້ງ ທົ່ວປະເທດຄັ້ງທີ 3 ປີ 2021

(VOVWORLD) -ວັນບຸນໄດ້ວາບພາບຄວາມງາມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ການດຳລົງຊີວິດຂອງປະຊາຊົນເຜົ່າ ມົ້ງ ໃນທົ່ວທຸກເຂດພາກຂອງປະເທດຊາດ
ໄຂວັນບຸນວັດທະນະທຳຊົນເຜົ່າ ມົ້ງ ທົ່ວປະເທດຄັ້ງທີ 3 ປີ 2021 - ảnh 1ການສະແດງວາດຟ້ອນ, ສຽງແຄນ ປະຊາຊົນເຜົ່າມົ້ງ
(ພາບປະກອບ: TTXVN)

ຕອນຄ່ຳວັນທີ 24 ທັນວາ, ຢູ່ແຂວງ ລາຍເຈົາ, ໄດ້ໄຂວັນບຸນວັດທະນະທຳຊົນເຜົ່າ ມົງ ທົ່ວປະເທດຄັ້ງທີ 3 ປີ 2021 ດ້ວຍຫົວຂໍ້ “ລາຍເຈົາ - ນ້ຳໃຈມະນຸດໃນກ້ອນເມກ”. ວັນບຸນໄດ້ວາບພາບຄວາມງາມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ການດຳລົງຊີວິດຂອງປະຊາຊົນເຜົ່າ ມົ້ງ ໃນທົ່ວທຸກເຂດພາກຂອງປະເທດຊາດ, ປຸກລຸກຄວາມເອກອ້າງທະນົງໃຈເຜົ່າ, ຂອງຊາວເຜົ່າ ມົ້ງ ເວົ້າສະເພາະ ແລະ ປະຊາຄົມ 54 ຊົນເຜົ່າ ຫວຽດນາມ ເວົ້າລວມ. ກ່າວຄຳເຫັນທີ່ພິທີໄຂວັນບຸນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ, ເນັ້ນໜັກວ່າ:

“ວັນບຸນແມ່ນໂອກາດເພື່ອໃຫ້ບັນດາເຜົ່າສ່ວນໜ້ອຍເວົ້າລວມ, ປະຊາຊົນເຜົ່າມົ້ງ ເວົ້າສະເພາະ ຜ່ານສຽງຂັບ, ສຽງລຳ, ວາດຟ້ອນ, ສຽງແຄນ ເພີ່ອສະແດງຄວາມຮັກຕໍ່ບ້ານເກີດເມືອງນອນ, ປະເທດຊາດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງທີ່ມີຕໍ່ພັກ, ລັດ ແລະ ລຸງໂຮ່ ທີ່ແສງເຄົາລົບຮັກ. ຜ່ານນັ້ນ, ຍົກສູງສະຕິ, ຄວາມຮັບຜິດຊອບໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອອັນດີງາມ, ປັບປຸງກຳລັງແຮງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ