ໄຂວັນບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍແຂວງ ຢາລາຍ

(VOVWORLD) - ວັນບຸນດັ່ງກ່າວແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍແຂວງ ຢາລາຍ
ໄຂວັນບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍແຂວງ ຢາລາຍ - ảnh 1(ພິທີໄຂວັນບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍແຂວງ ໄຕງວຽນ ຄັ້ງທີ 1 ປີ 2022)

ວັນບຸນວັດທະນະທຳບັນດາເຜົ່າສ່ວນໜ້ອຍແຂວງ ໄຕງວຽນ ຄັ້ງທີ 1 ປີ 2022 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 19 ເມສາ, ຢູ່ສະໜາມຫຼວງມະຫາສາມັກຄີ, ນະຄອນ ປະໄລກູ.

        ໂດຍດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 19 – 20 ເມສາ, ວັນບຸນດັ່ງກ່າວແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງວົງຄະນະຍາດບັນດາເຜົ່າສ່ວນໜ້ອຍແຂວງ ຢາລາຍ; ຂ່ຳນັບຮັບຕ້ອນວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19 ເມສາ); ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ ແລະ 90 ປີແຫ້ງວັນສ້າງຕັ້ງແຂວງ ຢາລາຍ (24 ພຶດສະພາ 1932 – 24 ພຶດສະພາ 2022).

        ເຂົ້າຮ່ວມໃນຄະນະນັກສິລະປະການຂອງທ້ອງຖິ່ນຕ່າງໆ, ທ່ານ ໂງດຶກມ້າວ, ຢູ່ເທດສະບານເມືອງ ຝູເກິນ, ເມືອງ ກຣົງ ປາ, ແບ່ງປັນວ່າ.

        “ເຂົ້າຮ່ວມວັນບຸນນີ້, ບັນດານັກສິລະປະການໄດ້ພົວພັນແລກປ່ຽນ, ຮ່ຳຮຽນຈາກເມືອງໄກ້ຄຽງ. ຜ່ານນັ້ນ, ສະແດງໃຫ້ເຫັນຄວາມສາມັກຄີຂອງບັນດາເຜົ່າເຂດ ໄຕງວຽນ, ແນະນຳ, ໂຄສະນາກ່ຽວກັບທ້ອງຖິ່ນ, ບ້ານທີ່ຕົນພວມດຳລົງຊີວິດຢູ່. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ທຸກຊົນເຜົ່າອ້າຍນ້ອງທີ່ພວມດຳລົງຊີວິດຢູ່ຮ່ວມກັນໃນບໍລິເວນແຂວງ ຢາລາຍ ເວົ້າສະເພາະ ແລະ ເຂດ ໄຕງວຽນ ເວົ້າລວມ ລ້ວນແຕ່ມີມູນເຊື້ອອັນລ້ຳຄ່າ ນັ້ນແມ່ນຈິດໃຈສາມັກຄີ, ແມ່ນການສ້າງວົງຄະນະຍາດ ຫວຽດນາມ ສາມັນຄີ.”

ຕອບກັບ

ຂ່າວ/ບົດ​ອື່ນ