ໄຂວັນບຸນວັດທະນະທຳຫວຽດນາມຢູ່Brno,ສ.ເຊັກໂກ

ໄຂວັນບຸນວັດທະນະທຳຫວຽດນາມຢູ່Brno,ສ.ເຊັກໂກ - ảnh 1
(ວັນບຸນ​ວັດທະນະທຳ​ຫວຽດນາມ​ຢູ່Brno,ສ.​ເຊັກ​ໂກ)

(vovworld) – ວັນ​ທີ 09/10, ມີ​ປະຊາຊົນ​ເຊັກ​​ໂກ ​ແລະ ຊາວຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່​ນະຄອນ Brno ​ແລະ ພາກ​ໃຕ້ Morava 1 ພັນ​ກວ່າ​ຄົນ, ​ໄດ້​ເຂົ້າ​ຮ່ວມ​ວັນບຸນ​ວັດທະນະທຳ​ຫວຽດນາມ ຢູ່​ນະຄອນ Brno, ​​ໃນ​ຂອບ​ເຂດ​ປີ​ວັດທະນະທຳ​ຫວຽດນາມ ຢູ່​ເຊັກ​ໂກ. ​ເຫດ​ການ​ໄດ້​ຮັບ​ການຈັດ​ຕັ້ງ​​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຊຸກຍູ້​ການ​ແລກປ່ຽນ​ວັດທະ​ນະ​ທຳ​ລະຫວ່າງ​ບັນດາເຜົ່າ, ພ້ອມ​ທັງ​ປົກ​ປັກ​ຮັກສາ​ສີ​ສັນ​ວັດທະນະທຳ​ຂອງ​ຫວຽດນາມ ຢູ່​ເຊັກ​ໂກ. ຕາມ​ທ່ານ ​ເຈືອງ​ກົງ​ຊື໋, ຮອງ​ປະທານ​ສູນ​ກາງ​ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຊັກ​​​ໂກ, ປະທານ​ສະມາຄົມ​ຊາວ​ຫວຽດນາມ ຢູ່ Brno ​ແລະ ພາກ​ໃຕ້ Morava ​ແລ້ວ, ພາຍຫຼັງ​ຮັບ​ການ​ກະກຽ​ມ​ມາ​ເປັນ​ເວລາ​ຫຼາຍປີ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ເຫດການ​ວັດທະນະທຳ​​ມີ​ຄວາມ​ໝາຍ​ສຳ​ລັບ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່​ທ້ອງ​ຖິ່ນຖືກ​ຈັດ​ຕັ້ງ, ​ເພື່ອ​ໂຄສະ​ນາ​ພາ​ບພົດ, ມະນຸດ ​ແລະ ປະ​ເທດ​ຫວຽດນາມ ​ເຖິງ​ປະຊາຊົນ​​ເຊັກ​ໂກ.

        ​ໃນ​ວັນບຸນນີ້​​ບັນດາ​ນັກ​ສິລະ​ປີນໄດ້​ສະ​ແດງ​ບັນດາ​ທຳນອງ​ເພງ ​ກວານ​ຫໍ ບັກ​ນິງ, ຟ້ອນ​ສິງ​ໂຕ, ​ມວຍພື້ນ​ເມືອງ, ຍ້ອງ​ຍໍ​ຄວາ​ມງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຮີດ​ຄອງ​ປະ​ເພນີ​ຂອງ​ຊາວຫວຽດນາມ. ຈຸດ​ພົ້ນ​ເດັ່ນ​ຂອງ​ເຫດການ​ປີ​ນີ້​ແມ່ນ, ​ໂຄສະນາບັນດາ​ເຍື່ອງ​ອາຫານ​ພື້ນ​ເມືອງຂອງ​ຫວຽດນາມ… ​ເຖິງ​ເພື່ອນ​ມິດ​ເຊັກ​​ໂກ.

ຂ່າວ/ບົດ​ອື່ນ