ໄຂວັນ​ບຸນ​ສີ​ສັນ​ລະ​ດູ​ບານ​ໃໝ່​ໃນທຸກ​ເຂດ​ພາກ​ຂອງ​ປະ​ເທດ​ຊາດ

(VOVWORLD) - ວັນບຸນສີສັນລະດູບານໃໝ່ໃນທຸກເຂດພາກຂອງປະເທດຊາດປີນິ້ ໄດ້ຈັດຂຶ້ນໃນວັນທີ 24-25 ກຸມພາ ດ້ວຍການເຄື່ອນໄຫວຫຼາຍຢ່າງ.
ໄຂວັນ​ບຸນ​ສີ​ສັນ​ລະ​ດູ​ບານ​ໃໝ່​ໃນທຸກ​ເຂດ​ພາກ​ຂອງ​ປະ​ເທດ​ຊາດ - ảnh 1

(ພາບ: ttxvn)

   ຕອນເຊົ້າວັນທີ 24 ກຸມພາ, ຢູ່ບ້ານວັດທະນະທຳບັນດາຊົນເຜົ່າ ຫວຽດນາມ (ເທດສະບານຕາແສງ ເຊີນໄຕ, ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂວັນບຸນສີສັນລະດູບານໃໝ່ໃນທຸກເຂດພາກຂອງປະເທດຊາດປີ 2024. ເຫດການໂດຍກະຊວງວັດທະນທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນ.

ກ່າວຄຳເຫັນທີ່ວັນບຸນ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ຊີ້ແຈ້ງວ່າ, ສາງວັດທະນະທຳທີ່ເປັນເອກະລັກພິເສດສະເພາະ ດ້ວຍບັນດາຄຸນຄ່າອັນດີງາມຂອງ 54 ຊົນເຜົ່າ ແມ່ນຄວາມເອກອ້າງທະນົງໃຈ, ແມ່ນສັບສົມບັດອັນລ້ຳຄ່າຂອງປະເທດຊາດ, ແມ່ນເກົາເຄົ້າຂອງກຳລັງແຮງພາຍໃນ, ຫຼໍ່ຫຼອມກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ:

ວັດທະນະທຳແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ແມ່ນເສົາຄ່້ຳໜຶ່ງ ໃນການພັດທະນາແບບຍືນຍົງ, ນັບມື້ນັບຢັ້ງຢືນບົດບາດທີ່ໃຫ່ຍຫຼວງ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນ. ຊີວິດວັດທະນະທຳດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ ໄດ້ຮັບການປົວແປງ ຍົກສູງຢ່າງບໍ່ຢຸດຢັ້ງ. ການເຂົ້າຮ່ວມຂອງປະຊາຄົມ ໃນຂົງເຂດວັດທະນະທຳແມ່ນ ນັບມື້ນັບມີຈຳນວນຫຼວງຫຼາຍ.

ວັນບຸນສີສັນລະດູບານໃໝ່ໃນທຸກເຂດພາກຂອງປະເທດຊາດປີນິ້ ໄດ້ຈັດຂຶ້ນໃນວັນທີ 24-25 ກຸມພາ ດ້ວຍບັນດາການເຄື່ອນໄຫວຄື: ລາຍການສະແດງສິລະປະ ບົດເພງຍ້ອງຍໍຊົມເຊີຍພັກທີ່ກຽດສະຫງ່າ, ຊົມເຊີຍລະດູບານໃໝ່ຂອງປະເທດຊາດ, ວັນບຸນປູກຕົ້ນໄມ້ຮູ້ບຸນຄຸນປະທານ ໂຮ່ຈີມິນ ຕະຫຼອດໄປ, ລາຍການ ໄປທ່ຽວລະດູບານໃໝ່ ຊື່ງໄດ້ແນະນຳບັນດາການລະຫຼີ້ນພື້ນເມືອງ, ອາຫານການກິນຍາມບຸນເຕັດ….

ຕອບກັບ

ຂ່າວ/ບົດ​ອື່ນ