ໄຂວັນບຸນໃຊ້ພາສາຝຣັ່ງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 22

(VOVWORLD) - ຕອນຄ່ຳວັນທີ 09 ມີນາ, ທີ່ສວນສາທາລະນະ ລືວຮືວເຟື໊ອກ, ນະຄອນ ເກີນເທີ ໄດ້ຈັດພິທີໄຂ “ວັນບຸນໃຊ້ພາສາຝຣັ່ງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 22”. 
ໄຂວັນບຸນໃຊ້ພາສາຝຣັ່ງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 22 - ảnh 1ທ່ານ Vincent Floreani ຫົວໜ້າສະຖານກົງສູນໃຫຍ່ ສ.ຝຣັ່ງ ປະຈຳນະຄອນ ໂຮ່ຈີມິນ

ລາຍການໂດຍສະຫະສະມາຄົມບັນດາອົງການມິດຕະພາບ, ສະຖານກົງສູນໃຫຍ່ ສ.ຝຣັ່ງ ພ້ອມດ້ວຍບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ແລະ ມະຫາວິທະຍາໄລ ເກີນເທີ ສົມທົບກັນຈັດຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານ ເຢືອງເຕີ໋ນຫຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີເທີ ໃຫ້ຮູ້ວ່າ:

        ໃນຊຸມປີຜ່ານມາ, ນະຄອນ ເກີນເທີ ຍາມໃດກໍ່ຮັກສາລາຍການສອນເປັນຢ່າງດີ, ເພີ່ມທະວີການສອນພາສາ ຝຣັ່ງ ໃນບັນດາໂຮງຮຽນມັດທະຍົມ; ເພີ່ມທະວີການບຳລຸງສ້າງວິຊາສະເພາະ, ເປັນຕົ້ນແມ່ນທັກສະໃຫ້ແກ່ນັກສຶກສາ…ພ້ອມທັງ ຍູ້ແຮງການພົວພັນກັບບັນດາວິສາຫະກິດ ຝຣັ່ງ. ບັນດາລາຍການ, ໂຄງການໜູນຊ່ວຍຈາກລັດຖະບານ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຂອງ ຝຣັ່ງ ໃນໄລຍະຜ່ານມາ ໄດ້ນຳມາເຊິ່ງປະສິດທິຜົນອັນແທດຈິງ ປະກອບສ່ວນເຂົ້າໃນການພັດທະນາ, ໜູນຊ່ວຍຊີວິດສັງຄົມຂອງນະຄອນ ເກີນເທີ

        ເນື່ອງໃນໂອກາດນີ້, ມະຫາວິທະຍາໄລ ເກີນເທີ ແລະ ອົງການ Franco – Viet Career ໄດ້ລົງນານຮ່ວມມືກ່ຽວກັບການແນະນຳວຽກເຮັດງານທຳໃຫ້ນັກຮຽນ, ນັກສຶກສາ, ພ້ອມທັງມອບທຶນສຶກສາໃຫ້ນັກຮຽນ 10 ຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວໃຊ້ພາສາຝຣັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ