ໄຂວັນບຸນໄມຕີຈິດມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ປີ 2019

(VOVWORLD) -       ຕອນເຊົ້າວັນທີ 15 ພະຈິກ, ຢູ່ນະຄອນວິງ, ແຂວງເງະອານຂອງຫວຽດນາມ, ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ໄດ້ສົມທົບກັບແຂວງເງະອານ ຈັດຕັ້ງພິທີ ໄຂ “ວັນບຸນໄມຕີຈິດມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ປີ 2019” ເຊິ່ງຈະດໍາເນີນເປັນເວລາ 3 ວັນ. ເຂົ້າຮ່ວມພິທີ ມີຜູ້ຕາງໜ້າສະຖານທູດ ແຫ່ງ ສປປ.ລາວ ປະຈໍາ ຫວຽດນາມ.
ພິທີຕັດແຖບຜ້າໄຂວັນບຸນ 

        ທ່ານ ຫງວຽນບ໊າຫ໋າວ, ຮອງຫົວໜ້າພະແນກຖະແຫລງຂ່າວ ແລະ ສື່ສານ ແຂວງ ເງະອານ ໃຫ້ຮູ້ວ່າ: ລາຍການ “ວັນບຸນໄມຕີຈິດມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ປີ 2019” ຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອໄດ້ຈັດຂຶ້ນຢູ່ ເງະອານ - ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ, ເຊິ່ງເປັນຜູ້ທີ່ພ້ອມກັບປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ. ໃນຂອບເຂດຂອງລາຍການນີ້, ມີງານວາງສະແດງພາບຖ່າຍກ່ຽວກັບບັນດາຜົນງານແຫ່ງການຮ່ວມມື ລະຫວ່າງຫວຽດນາມ - ລາວ, ການພັດທະນາຂອງແຂວງເງະອານ ແລະ ບັນດາແຂວງຂອງລາວໃນທຸກຂົງເຂດ; ກອງປະຊຸມສໍາມະນາສົ່ງເສີມການຄ້າ ແລະ ພັດທະນາການທ່ອງທ່ຽວ ລະຫວ່າງ ຫວຽດນາມ - ລາວ ດ້ວຍຮ້ານວາງສະແດງສິນຄ້າກວ່າ 50 ຮ້ານ. ທ່ານກ່າວວ່າ:

        “ເຂດວາງສະແດງສິນຄ້າໄດ້ວາງຂາຍບັນດາຜະລິດຕະພັນຢ່າງຄົບຖ້ວນ, ນັບແຕ່ຜະລິດຕະພັນກະເສດ, ຜະລິດຕະພັນດ້ານການແພດ ຕະຫລອດຮອດຜະລິດຕະພັນດ້ານວັດທະນະທໍາ. ທາງຝ່າຍລາວ ກໍມີຮ້ານວາງສະແດງ  5 ຮ້ານ ທີ່ມາຈາກບັນດາແຂວງໃກ້ຄຽງ ສ່ວນຫລາຍແມ່ນແນະນໍາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງລາວຄື ບັນດາເຍື່ອງອາຫານ ກໍຄືຜະລິດຕະພັນວັດທະນະທໍາຂອງລາວ, ພິເສດແມ່ນຜະລິດຕະພັນທີ່ເຮັດດ້ວຍໄມ້ ແລະ ຜະລິດຕະພັນທີ່ເປັນທ່າແຮງຂອງລາວ”.

ໄຂວັນບຸນໄມຕີຈິດມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ປີ 2019 - ảnh 1ອາຫານລາວ ໄດ້ວາງຂາຍຢູ່ງານວາງສະແດງ

        ນອກຈາກນັ້ນ ຍັງມີບັນດາລາຍການແລກປ່ຽນສິລະປະວັນນະຄະດີ ແລະ ແນະນໍາກ່ຽວກັບບັນດາການເຄື່ອນໄຫວເລີ່ມດໍາເນີນທຸລະກິດຂອງບັນດາເພື່ອນໜຸ່ມ. ນີ້ແມ່ນຄັ້ງທີ 2 ເຊິ່ງກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ຈັດຕັ້ງວັນບຸນດັ່ງກ່າວ. ຜ່ານບັນດາການເຄື່ອນໄຫວຂອງລາຍການ ແມ່ນເພື່ອແນໃສ່ບອກສອນຕັກເຕືອນປະຊາຊົນລຸ້ນຕ່າງໆ ເພີ່ມທະວີການຮັກສາ, ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີຄວາມໝາຍ ແລະ ແທດຈິງກວ່າເກົ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ