ໄຂ​ວັນ​ບຸນ​ໝາກ​ມ່ວງ​ ອຽນ​ເຈົາ ຄັ້ງ​ທີ V ປີ 2024

(VOVWORLD) - ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ບ້ານ ຂາ, ຕາແສງ ຊັບວາດ, ເມືອງ ອຽນເຈົາ, ແຂວງ ເຊີນລາ, ໄດ້ໄຂວັນບຸນໝາກມ່ວງຄັ້ງທີ V, ປີ 2024. ເຂົ້າຮ່ວມພິທີໄຂ, ມີທ່ານຫງວຽນແທັ່ງກົງ, ຮອງປະທານຄະນະກຳມະການແຂວງ; ການນຳພະແນກ, ຂະແໜງການຈຳນວນໜຶ່ງຂອງແຂວງ, ການນຳບັນດາຕາແສງ, ເທດສະບານຂອງເມືອງ ອຽນເຈົາ ແລກ ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.
ໄຂ​ວັນ​ບຸນ​ໝາກ​ມ່ວງ​ ອຽນ​ເຈົາ ຄັ້ງ​ທີ V ປີ 2024 - ảnh 1ທ່ານ ລູ່ວັນເກື່ອງ, ປະທານຄະນະກຳມະການປະຊາຊົນເມືອງ ອຽນເຈົາ  (ພາບ: baosonla.org.vn)

 

  ກ່າວຄຳເຫັນໄຂວັນບຸນ, ທ່ານ ລູ່ວັນເກື່ອງ, ປະທານຄະນະກຳມະການປະຊາຊົນເມືອງ ອຽນເຈົາ ໃຫ້ຮູ້ວ່າ ໝາກມ່ວງ ອຽນເຈົາ ໄດ້ສະໜອງ 24 ລະຫັດເຂດປູກ ແລະ ໄດ້ສົ່ງອອກໄປຍັງບັນດາຕະຫຼາດທີ່ຮຽກຮ້ອງມາດຕະຖານສູງ ເຊັ່ນ, ອົດສະຕາລີ, ອັງກິດ, ອາເມລິກາ, ຈີນ.

          “ວັນບຸນໝາກມ່ວງ ອຽນເຈົາ ປີ 2024 ຖືກຈັດຂຶ້ນດ້ວຍຂອບຂະໜາດຂັ້ນເມືອງ, ດ້ວຍການເຄື່ອນໄຫວຕົ້ນຕໍ, ຄື: ແນະນຳ ແລະ ວາງສະແດງຜະລິດຕະພັນຂອງບັນດາຕາແສງ, ເທດສະບານເມືອງ, ການແຂ່ງຂັນເກັບກ່ຽວໝາກມ່ວງ, ຟ້ອນແຊ່ວ ແລະ ຢ້ຽມຢາມສວນໝາກມ່ວງ ພ້ອມດ້ວຍບັນດາກິດຈະກຳອື່ນໆ ແນໃສ່ໂຄສະນາເຄື່ອງໝາຍການຄ້າໝາກມ່ວງ ອຽນເຈົາ ແລະ ເຊີດຊູຜູ້ປູກໝາກມ່ວງ”.

ໄຂ​ວັນ​ບຸນ​ໝາກ​ມ່ວງ​ ອຽນ​ເຈົາ ຄັ້ງ​ທີ V ປີ 2024 - ảnh 2ລາຍການສະແດງສິລະປະໃນພິທີໄຂ (ພາບ: baosonla.org.vn)

          ຕາງໜ້າໃຫ້ການນຳແຂວງ ເຊີນລາ ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນແທັ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ເນັ້ນໜັກວ່າ:

          “ຜ່ານວັນບຸນໝາກມ່ວງ, ພວກເຮົາສືບຕໍ່ຈັດຕັ້ງການຜະລິດໃຫ້ເປັນຢ່າງດີທີ່ສຸດ ເຮັດແນວໃດເພື່ອໃຫ້ໝາກມ່ວງມີມູນຄ່າປະລິມານການຜະລິດ ແລະ ຄຸນນະພາບສູງທີ່ສຸດ. ຕໍ່ຈາກນັ້ນ, ຜ່ານໝາກມ່ວງ ນຳເອົາຄຸນຄ່າວັດທະນະທຳມາສູ່ບັນດາແຂວງ, ນະຄອນ ແລະ ສາກົນ. ຜ່ານການຈັດວັນບຸນໝາກມ່ວງແຕ່ລະຄັ້ງ ແມ່ນໄດ້ສົ່ງສານກ່ຽວກັບການຜະລິດກະສິກຳ ເຊີນລາ, ນຳປັດໄຈວັດທະນະທຳ, ປະຊາຊົນ ເຊີນລາ ເຖິງປະຊາຊົນ, ແຂກທ່ອງທ່ຽວ ແລະ ເພື່ອນມິດສາກົນ”.

          ວັນບຸນໝາກມ່ວງປີນີ້ ໄດ້ດຳເນີນແຕ່ວັນທີ 8 – 9 ມິຖຸນາ. ເມືອງ ອຽນເຈົາ ມີເນື້ອທີ່ປູກຕົ້ນໄມ້ກິນໝາກຫຼາຍກວ່າ 11.00 0 ເຮັກຕາ,  ໃນນັ້ນ, ເນື້ອທີ່ປູກໝາກມ່ວງກວ່າ 3.000 ເຮັກຕາ. ປະລິມານໝາກມ່ວງໃນທົ່ວເມືອງໃນປີ 2024 ຄາດວ່າບັນລຸກວ່າ 15.000 ໂຕນ, ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ.

ຕອບກັບ

ຂ່າວ/ບົດ​ອື່ນ