ໄຂວັນປື້ມອ່ານຫວຽດນາມ ຄັ້ງທີ 5

(VOVWORLD) -ວັນປື້ມອ່ານຫວຽດນາມຄັ້ງທີ່ 5 ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຈັດຕັ້ງຖືກໄຂຂຶ້ນໃນຕອນເຊົ້າວັນທີ 18 ເມສາ, ຢູ່ຮ່າໂນ້ຍ ສະມາຄົມປື້ມອ່ານລວມມີກ່ວາ 100 ຮ້ານວາງສະແດງຂອງເກືອບ 80 ຫົວໜ່ວຍ, ບໍລິສັດພິມຈຳໜ່າຍປື້ມໃນທົ່ວປະເທດ.
ໄຂວັນປື້ມອ່ານຫວຽດນາມ ຄັ້ງທີ 5 - ảnh 1ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເຈືອງມິງຕ໋ວນ ກ່າວຄຳເຫັນທີ່ພິທີໄຂ (ພາບ: vietnam.net)

ປື້ມມີປະມານ 50.000 ຫົວທີ່ຂຶ້ນກັບຫຼາຍຂົງເຂດຄື: ການເມືອງ - ກົດໝາຍ, ເສດຖະກິດ, ວິທະຍາສາດເຕັກໂນໂລຢີ, ການສຶກສາ, ວັນນະຄະດີ…. ໄດ້ແນະນຳ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເປົ້າໝາຍຜູ້ອ່ານທັງຫຼາຍ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເຈືອງມິງຕ໋ວນ ຢັ້ງຢືນວ່າ:

        “ຜ່ານການປະຕິບັດໃນໄລຍະ 04 ປີຜ່ານມາ, ວັນປື້ມອ່ານຫວຽດນາມໄດ້ກາຍເປັນເຫດການວັດທະນະທຳອັນດີງາມທີ່ໄດ້ແຜ່ຂະຫຍາຍສູ່ສັງຄົມ, ນຳມາເຊິ່ງບັນດາຄຸນຄ່າອັນແທດຈິງ ແລະ ປະສິດທິຜົນອັນໃຫຍ່ຫຼວງທີ່ສຸດ. ບໍ່ພຽງແຕ່ເຊີດຊູປື້ມອ່ານເທົ່ານັ້ນ, ຫາກຍັງຢືນຢັນທີ່ຕັ້ງສຳຄັນຂອງປື້ມອ່ານໃນສັງຄົມອີກດ້ວຍ. ວັນປື້ມອ່ານຫວຽດນາມ ແລະ ບັນດາເຫດການກ່ຽວຂ້ອງເຖິງປື້ມອ່ານຍັງມີຄວາມໝາຍວັດທະນະທຳມະນຸດ ນັ້ນແມ່ນຊຸກຍູ້ການປະກອບສ່ວນ, ໜູນຊ່ວຍປື້ມອ່ານໃຫ້ບັນດາທ້ອງຖິ່ນ, ພິເສດແມ່ນເຂດຫ່າງໄກສອກຫຼີກ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ທີ່ພວມໃຝ່ຝັນໄດ້ອັບເດດຂໍ້ມູນຂ່າວສານ; ພ້ອມທັງ, ໂຄສະນາເຜີຍແຜ່, ເຊີດຊູຜູ້ມີການປະກອບສ່ວນທີ່ດີເດັ່ນໃຫ້ແກ່ວັດທະນະທຳອ່ານປື້ມຂອງສັງຄົມ”.

         ແລະໃນວັນດຽວກັນ, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດກໍໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງວັນປື້ມອ່ານຫວຽດນາມ ເຊັ່ນ: ຈັດງານວາງສະແດງ, ແນະນຳປື້ມ, ງານບຸນປື້ມອ່ານຕ່າງໆ, ງານປະກວດ “ປື້ມອ່ານສຳລັບຄອບຄົວ” ແລະ “ປື້ມອ່ານໃນຊີວິດ”.


ຕອບກັບ

Nguyễn ngọc linh

Hội sách được diễn ra ở đâu và trong bao lâu vậy?

ຂ່າວ/ບົດ​ອື່ນ