ໄຂວາ​ລະກອງປະ​ຊຸມໃຫຍ່ ສະ​ຫະ​​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄັ້ງ​ທີ VIII ຢ່າງ​ສົມ​ກຽດ

(VOVWORLD) -ຕອນເຊົ້າວັນທີ 11 ທັນວາ, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະຫະພັນຊາວໜຸ່ມ ຫວຽດນາມ ຄັ້ງທີ VIII ອາຍຸການ 2019 -2022 ໄດ້ໄຂຂຶ້ນຢູ່ຮ່າໂນ້ຍເຊິ່ງມີການເຂົ້າຮ່ວມຂອງຜູ້ແທນ ແລະ ແຂກຖືກເຊີນ ກ່ວາ 400 ຄົນ ແມ່ນການນຳ, ອະດີດການນຳພັກ, ລັດ, ຜູ້ຕາງໜ້າແມ່ຫວຽດນາມວິລະຊົນ, ນັກວິລາຊົນກະລັງປະກອບອາວຸດ, ວິລະຊົນແຮງງານ, ຜູ້ຕາງໜ້າອະດີດພະນັກງານ, ສະມາຄົມ, ບັນດາຊາວໜຸ່ມທີ່ດີເດັ່ນ…
ໄຂວາ​ລະກອງປະ​ຊຸມໃຫຍ່ ສະ​ຫະ​​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ຄັ້ງ​ທີ VIII ຢ່າງ​ສົມ​ກຽດ - ảnh 1ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ກ່າວຄຳເຫັນຊີ້ນຳຢູ່ວາລະໄຂກອງປະຊຸມໃຫຍ່

ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານ ເລກວກຟອງ, ເລຂາທິການຜູ້ທີໜຶ່ງ ສູນກາງ ຄະນະຊາວໜຸມກອມມູນິດ ຫວຽດນາມ, ປະທານສູນກາງສະຫະພັນ ຊາວໜຸ່ມ ຫວຽດນາມ, ເນັ້ນໜັກວ່າ ພາຍຫຼັງ 63 ປີແຫ່ງການ ສ້າງສາ, ພັດທະນາ, ສະຫະພັນ ຊາວໜຸ່ມ ຫວຽດນາມນັບມື້ ສົມກັບຖານະທີ່ເປັນອົງການສັງຄົມຢ່າງກ້ວາງຂວາງຂອງ ຊາວໜຸ່ມ ແລະ ບັນດາອົງການຊາວໜຸ່ມ ຫວຽດນາມ ຮັກຊາດ, ສ້າງຄວາມສາມັກຄີໃນຊາວໜຸ່ມ ຫວຽດນາມທຸກຊັ້ນຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັນສູ້ຊົນເພື່ອອຸດົມການເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. ທ່ານກ່າວວ່າ:

        ໃນການປະຕິວັດ 4.0 ແລະ ການພັດທະນາວິທະຍາສາດ ເຕັກໂນໂລຢີຢ່າງແຮງ, ການ ເລີ່ມຕົ້ນທຸລະກິດ, ປະດິດຄິດສ້າງພວມແມ່ນທ່າອ່ຽງອັນຍິ່ງໃຫຍ່ ສ້າງຜົນກະທົບຢ່າງແຮງເຖິງການພັດທະນາຂອງປະເທດຊາດ, ນຳມາເຊິ່ງທັງໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ປະເທດຊາດ. ສະພາບການຂອງ 5 ປີຈະມາເຖິງ, ຮຽກຮ້ອງໃຫ້ສະຫະພັນ ຊາວໜຸ່ມ ຫວຽດນາມຕ້ອງປ່ຽນແປງໃໝ່ທາງດ້ານເນື້ອໃນ, ວິທີການເຄື່ອນໄຫວ, ຍົກສູງຄຸນນະພາບ, ປະສິດທິຜົນຂອງຂະບວນການເຄື່ອນໄຫວ

        ກ່າວຄຳເຫັນຊີ້ນຳຢູ່ວາລະໄຂກອງປະຊຸມໃຫຍ່, ທ່ານ ເຈິ່ນກວກເວື້ອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ສະເໜີວ່າ:

        ບັນດາການເຄື່ອນໄຫວ, ລາຍການກະທຳຂອງ ສະຫະພັນຊາວໜຸ່ມ ຫວຽດນາມໃນອາຍຸການຕໍ່ໄປ ຕ້ອງເສີມຂະຫຍາຍ ຈິດໃຈ ປະຈັນບານ, ປະດິດຄິດສ້າງຂອງ ຊາວໜຸ່ມ, ປະກອບສ່ວນເຂົ້າການເພີ່ມພູນຄູນສ້າງຄວາມຮັກບ້ານເກີດເມືອງນອນ, ປະເທດຊາດໃຫ້ແກ່ໄວໜຸ່ມ, ສ້າງຮູບແບບຊາວໜຸ່ມໃນສະໄໝໃໝ່ ແລະ ນຳໃຈອາສາສະມັກຂອງ ໄວໜຸ່ມ ຫວຽດນາມ. ພ້ອມທັງເບີ່ງແຍງດູແລຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ