ໄຂວາລະປະຊຸມກຳມາທິການເສດຖະກິດຂອງສະພາແຫ່ງຊາດ

ໄຂວາລະປະຊຸມກຳມາທິການເສດຖະກິດຂອງສະພາແຫ່ງຊາດ - ảnh 1
ທ່ານ​ປະ​ທານ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ວັນ​ເຢົ່າ
(ພາບ​ປະ​ກອບ)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 29/02, ຢູ່​ແຂວງກວາງ​ບິ່ງ, ​ກຳ​ມາ​ທິ​ການ​​ເສດ​ຖະ​ກິດຂອ​ງ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ສຸດ​ທ້າຍ​ຂອງກຳ​ມາ​ທິ​ການ​ເສດ​ຖະ​ກິດ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ກວດ​ກາ​ບາງ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ ກະ​ກຽ​ມ​ເນື້ອ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ຈ​ະ​ມາ​ເຖິງ. ທ່ານ​ປະ​ທານ​ ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ວັນ​ເຢົ່າ, ໃຫ້​ຮູ້​ວ່າ, ວາ​ລະ​ປະ​ຊຸມ​ເທື່ອ​ສຸດ​ທ້າຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ມາ​ເຖິງ ຈະ​ຕັດ​ສິນ​ຫຼາຍ​ບັນ​ຫາ​ສຳ​ຄັນ; ຮັບ​ຟັງ​ບົດ​ລ​າຍ​ງານ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ, ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ສານ​ປະ​ຊາ​ຊົນ​ສູງ​ສຸດ, ຫົວ​ໜ້າອົງ​ການກ​ວດ​ສອບ​​ບັນ​​ຊີແຫ່ງ​ລັດ… ສະ​ພາ​ແຫ່ງ​ຊາດ​ກໍ​ປຶກ​ສາ​ຫາ​ລື, ປະ​ກາດ​ມະ​ຕິ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄລ​ຍະ 2016 – 2020, ຮັບ​ຮອງ​ເ​ອົາ ແລະ ໃຫ້​ຄຳ​ເຫັນ​ໃສ່​ກົດ​ໝາຍ​ໃໝ່ 7 ສະ​ບັບ, ໃນ​ນັ້ນ​ມີ​ກົດ​ໝາຍ​ວ່​າ​ດ້ວຍ​ການ​ແຫ່​ຂະ​ບວນ​ປະ​ທ້ວງ; ພ້​ອມ​ທັງ​ສະ​ຫງວນ​ເວ​ລາ​ສ່ວນ​ຫຼາຍ​ເພື່ອ​ເຮັດ​ວຽກ​ງານ​ບຸກ​ຄະ​ລາ​ກອນ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14.

ຂ່າວ/ບົດ​ອື່ນ