ໄຂວາລະປະຊຸມຄັ້ງທີ 22, ຄະນະປະຈຳສະພາ ແຫ່ງຊາດຊຸດທີ 13

ໄຂວາລະປະຊຸມຄັ້ງທີ 22, ຄະນະປະຈຳສະພາ ແຫ່ງຊາດຊຸດທີ 13 - ảnh 1
(ພາບປະກອບ)


(vovworld) - ຕອນ​ເຊົ້າວັນ​ທີ 10 ຕຸລາ, ຢູ່​ຮ່າ​ໂນ້ຍ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 22, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ດ້ວຍ​ບົດບາດ​ສຳຄັນ​ຂອງ​ວາລະ​ປະຊຸ​ມຄັ້ງ​ທີ 22 ​ແລະ ການກະກຽ​ມບັນດາ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ່​ 6 ຢ່າງ​ລອບ​ຄອບ​ທີ່​ຖ້ວນ, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ຈະໄຂ​ຂຶ້ນ​ໃນ​ເດືອນ ຕຸລາ.

        ທີ່ວາລະປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ພິຈາລະນາກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ​ແຜນ​ງົບປະມາ​ນແຫ່ງ​ລັດ​ປີ 2013, ​ແຜນການ​ພັ​ດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ 5 ປີ (2011 - 2015), ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມປີ 2014; ​ແຜນງົບປະມານ​ແຫ່ງ​ລັດ, ວິທີ​ການຈັດ​ແບ່ງ​ງົບປະມານ​ສູນ​ກາງ ​ແລະ ​ເພີ່ມ​ເຕີ່​ມງົບປະມານ​ທ້ອງ​ຖິ່ນ​ປີ 2014; ​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ ຮອດ​ທ້າຍ​ປີ 2015. ບົດ​ລາຍ​ງານບາງ​ສະບັບ​ຂອງ​ລັດຖະບານ ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ໃບ​ສະ​ເໜີ​ຂອງ​ອົງການ​ກວດ​ຊອບ​ແຫ່ງລັດ ​ກໍ່ໄດ້​ຮັບ​ການ​ປຶກສາ​ກາ​ຫາລື​ທີ່​ວາລະ​ປະຊຸມ​ຄັ້ງ​ນີ້. ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ, ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ສືບ​ຕໍ່​ປຶກສາ​ຫາລື, ກວດກາ​ຄືນ​ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປະມູນ (ສະບັບ​ປັບປຸງ); ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີ່ມຂໍ້​ມາດຕາ​ຂອງ​ຮ່າງກົດໝາຍວ່າ​ດ້ວຍນາຍ​ທະຫານກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຕຳຫຼວດ​ປະຊາຊົນ (ສະບັບ​ປັບປຸງ); ​ໃຫ​້ຄຳ​ເຫັນ​​ໃສ່​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​ເຂົ້າ​ຮ່ວມ​ສົນທິ​ສັນ​ຍາກ່ຽວ​ກັບ​ສິດຜົນປະ​ໂຫຍ​ດສາກົນ​ສຳລັບ​ອຸປະກອນ​ເຄື່ອນ​ທີ່ ​ແລະ ອານຸສັນຍາ​ກ່ຽວ​ກັບ​ບັນດາ​ບັນຫາ​ລະອຽດ​ສຳລັບ​ເຄື່ອງ​ອຸປະກອນ​​ເຮື​ອບິນ (ສົນທິສັນຍາ ​ແລະ ອານຸສັນຍາ Cape Town); ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​ລົງ​ນາມ​ໃນ​ສົນ​ທິສັນຍາ​ຕ້ານ​ການ​ທໍລະ​ມານ... ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປຸງ)...

        ພາຍຫຼັງ​ພິທີ​ໄຂກອງ​ປະຊຸມ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານນາງ​ຮອງປະ​ທ່ານ​ສະ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນກ່ຽວ​ກັບ​ບົດ​ລາຍ​ງານສະຫຼຸບ 3 ປີ​ໄລຍະ 2011 – 2013 ​ຂອງ​ລັດຖະບານ ​ໃນ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ​ແລະ ປະກອບ​ຄຳ​ເຫັນ​ກ່ຽວ​ກັບການ​ອອກ​ພັນທະບັດ​ລັດຖະບານ ​ໃຫ້​ແກ່​​ເສັ້ນທາງ​ຫຼວງ​ເລກ 1 ​ແລະ ​ເສັ້ນທາງ​ຫຼວງເລກ 14.

ຂ່າວ/ບົດ​ອື່ນ