ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 31 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ຕອນເຊົ້າວັນທີ 14 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານໄຂວາລະປະຊຸມຄັ້ງທີ 31 ຂອງ ຄະນະປະຈຳສະພາແຫ່ງຊາດ.

ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 31 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: quochoi.vn )

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ໂດຍໄດ້ດຳເນີນໃນໄລຍະເວລາ 3,5 ວັນ, ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ກ່ຽວກັບວິທີການອະພິປາຍ, ຮັບເອົາຄຳເຫັນ, ດັດປັບຕໍ່ ຮ່າງກົດໝາຍ 7 ສະບັບ ກ່ອນທີ່ຈະຂໍຄຳເຫັນຢູ່ກອງປະຊຸມສະມາຊິກສະພາແຫ່ງຊາດ ຮັບຜິດຊອບການຍືນສະເໜີຕໍ່ສະພາແຫ່ງຊາດ ຢູ່ ກອງປະຊຸມຄັ້ງທີ 7 ເພື່ອພິຈາລະນາ, ຮັບຮອງເອົາ, ລວມມີ: ກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ), ກົດໝາຍວ່າດ້ວຍທາງບົກ, ກົດໝາຍວ່າດ້ວຍຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພການຄົມມະນາຄົມທາງບົກ, ກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະບົບກຳລັງການຜະລິດອຸດສາຫະກຳທາງການທະຫານ, ກົດໝາຍວ່າດ້ານການປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງ ກົດໝາຍວ່າດ້ວຍການປະມູນຊັບສິນ. ດັ່ງນັ້ນ, ພາຍຫຼັງວາລະປະຊຸມຄັ້ງນີ້, ຮ່າງກົດໝາຍ 9 ສະບັບ ຄາດວ່າຈະໄດ້ຮັບຮອງເອົາຢູ່ກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດ ໂດຍຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນ, ພິຈາລະນາ.

ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່ານີ້ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມ, ແລະ ສະເໜີວ່າ ບັນດາຜູ້ແທນໄດ້ປະກອບຄຳເຫັນແຕ່ລະຂົງເຂດ ແລະ ບັນດາຂົງເຂດຕ່າງໆທີ່ມີສ່ວນກ່ຽວຂ້ອງ, ຕັ້ງໜ້າປະກອບຄຳເຫັນ ເພື່ອໃຫ້ບັນດາຮ່າງກົດໝາຍສະບັບນີ້ມີຄຸນນະພາບດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ