ໄຂວາລະປະຊຸມຄັ້ງທີ 34 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄັ້ງທີ 34. ຄາດວ່າ, ວາລະປະຊຸມຈະຈັດຂຶ້ນແຕ່ວັນທີ 11 – 13 ມິຖຸນາ, ປະຕິບັດ 16 ເນື້ອໃນ
ໄຂວາລະປະຊຸມຄັ້ງທີ 34 ຄະນະປະຈຳສະພາແຫ່ງຊາດ - ảnh 1(ວາລະປະຊຸມຄັ້ງທີ 34)

        ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄັ້ງທີ 34. ຄາດວ່າ, ວາລະປະຊຸມຈະຈັດຂຶ້ນແຕ່ວັນທີ 11 – 13 ມິຖຸນາ, ປະຕິບັດ 16 ເນື້ອໃນ, ໃນນັ້ນມີ: ພິຈາລະນາ, ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ; ຮ່າງມະຕິ 3 ສະບັບທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບຮອງເອົາທີ່ການເຮັດວຽກຄັ້ງທີ 2 ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV.

        ໂດຍເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດ ພິຈາລະນາລະອຽດ ແລະ ສະແດງທັດສະນະຢ່າງຈະແຈ້ງກ່ຽວກັບເງື່ອນໄຂຍື່ນສະເໜີບັນດາໂຄງການ, ຮ່າງກົດໝາຍທີ່ ການເຮັດວຽກຄັ້ງທີ 2 ກອງປະຊຸມສະໄໝສາມັນເທື່ອທີ 7, ໂດຍສະເພາະແມ່ນບັນດາໂຄງການທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງ, ຄື: ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປຸງ), ຫຼື ຮ່າງກົດໝາຍວ່າດ້ວຍການວາງແຜນຜັງເຂດທະເລແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ