ໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 52 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່​ງ​ຊາດ

(VOVWORLD) - ຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ເປັນປະທານໄຂວາລະປະຊຸມຄັ້ງທີ 52 ຂອງຄະນະປະຈຳສະພາແຫ່ງຊາດ

ໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 52 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່​ງ​ຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VPQH)

ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ຄະນະປະຈຳສະພາແຫ່ງຊາດຈະສຸມໃສ່ການປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ບັນດາຮ່າງບົດລາຍງານສະຫຼຸບວຽກງານອາຍຸການ 2016 – 2021 ຂອງປະທານປະເທດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ແລະ ບາງບັນຫາສຳຄັນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ