ໄຂວາລະປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດ - ảnh 1
ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 9 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ 

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 17/4, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 9 ດ້ວຍຫຼາຍ​ເນື້ອ​ໃນ​ສຳ​ຄັນ​ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່​ງ​ຊາດ​ຊຸດ​ທີ 14 ເຊິ່ງຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/5 ຈະ​ມາ​ເຖິງ. ວາ​ລະ​ປະ​ຊຸມ​ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັບ​ເອົາ, ປັບ​ປຸງຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ກົດ​ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນ​ຳ​ໃຊ້​ຊັບ​ສ​ິນ​ຂອງ​ລັດ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ໜ​້າ​ທີຊົດ​ເຊີຍ​ຂອງ​ລັດ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດ​ຕາ​ຂອງ​ກົດ​ໝາຍ​ອາ​ຍາ​ປີ 2015 ຄັ້ງ​ທີ 2 ພ້ອມ​ກັບຫຼາຍ​ເນື້ອ​ໃນ​ສຳ​ຄັນ​ອື່ນໆ​ອີກ. ວັນ​ທີ 18/4, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ຈັດ​ຕັ້ງ​ວາ​ລະ​ຊັກ​ຖາມ​ສຳ​ລັບ​​ທ່ານ ດ່າວງອກ​ຢູງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແລະ ທ່ານ ເຈືອງ​ມີງ​ຕ໋ວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ.


ຕອບກັບ

ຂ່າວ/ບົດ​ອື່ນ