ໄຂວາລະປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດ - ảnh 1
ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 9 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
( ພາບ: baomoi.com )


(vovworld) – ​ ວາລະ​ປະຊຸມ​ຄັ້ງ​ທີ 9 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຖືກ​​ໄຂ​ຂຶ້ນ​ໃນ​ວັນ​ທີ 16/7 ທີ່​ຮ່າ​ໂນ້ຍ. ​ໃນ 2 ມື້​ທີ່​ເຮ​ັດວຽກ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ພິຈາລະນາ, ​ໃຫ້​ຄຳ​ເຫັນ​​ແກ່ບາງ​ເນື້ອ​ໃນ​ທີ່​ສຳຄັນ, ​ໃນ​ນັ້ນມີ​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມທ່ີວາລະ​ປະຊຸມ​ຄັ້ງ​ທີ 10 ​ແລະ ບົດ​ລາຍ​ງານ​ສັງ​ລວມຄຳ​ເຫັນ ​ທີ​ສະ​ເໜີ​ດຳ​ເນີນ​ການອະພິປາຍ​ທີ່​ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ຄະນະ​ກຳ​ມາ​ທິການ​ສະພາ​ແຫ່ງ​ຊາດ​ໃນ​ຊຸມ​ເດືອນ​ທີ່ຍັງ​​ເຫຼືອ​ຂອງ​ປີ 2012. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍຕີ​ລາຄາ​ໝາກຜົນ​ຂ​ອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ແລະ ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​ເບື້ອງ​ຕົ້ນ​ກ່ຽວ​ກັບການ​ກະກຽມກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ຮັບຮອງ​ເອົາຮ່າງ ລັດຖະບັນຍັດສະບັບປັບປຸງ, ​ເພີ່ມ​ເຕີມບາງ​ຂໍ້ມາດຕາຂອງລັດຖະບັນຍັດສຳລັບ​ຜູ​້ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ. ກໍ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍໃຫ້​ຄຳ​ເຫັນ​ຕໍ່​​ໃບສະ​ເໜີ​ຂອງ​ລັດ​ຖະບານ​ກ່ຽວ​ກັບ​ເລື່ອງ​ ຂໍອະ​ນຸ​ຍາດ​ໃຫ້​ສ້າງ​ຕັ້ງນະຄອນ Ba Ria ທີ່ຂຶ້ນ​ກັບ​ແຂວງ Ba Ria – Vung Tau ​ໃນ​ໄລຍະ​ປະຕິບັດ​ທົດ​ລອງ​ບໍ່​ຈັດຕັ້ງ​ສະພາ​ປະຊາຊົນ​ເມືອງ, ຕາ​ແສງ ແລະ ບາງ​ເນື້ອ​ໃນ​ອື່ນ​ໆ​ອີກ.

ໃນ​ຖານະ​ເປັນ​ປະທານ​ວາລະປະ​ຊຸມ, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ Nguyen Sinh Hung ຖື​ວ່າ, ຜົນສຳ​ເລັດ​ທີ່​ສຸດຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13 ​ນັ້ນ​ແມ່ນໄດ້​​ເຮັດ​ໃຫ້​ປະຊາຊົນ​ເຫັນ​ໄດ້​ການ​ເຄື່ອນ​ໄຫວ​ຂອງ​ພັກ, ລັດ ​ແລະ ລັດຖະບານ ​ໃນ​ໄລຍະ​ຜ່ານ​ມາ, ຜ່ານ​ນັ້ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການແບ່​ງປັນຂອງ​ປະຊາຊົນ​ຕໍ່​ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ ​​ໃນ​ໄລຍະ​ຫຍຸ້ງຍາກ​ຄື​ປະ​ຈຸ​ບັນ.

“​ກອງ​ປະຊຸມທີ່​ຜ່ານ​ມາ​​ໄດ້ຮັບ​ຜົນສຳ​ເລັດ​ທີ່​ສຸດ ແມ່ນ​​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​​ໄດ້ວ່າພັກ, ລັດ ​ສະພາ​ແຫ່ງ​ຊາດ, ລັດຖະບານ ພວມ​ເຄື່ອນ​​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ,​ໂດຍ ຜ່ານ​​ເລື່ອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​​ໄວ້​ເນື້ອເຊື່ອ​ໃຈ. ​ເພາະສະ​ນັ້ນ, ວຽກ​ງານ​ສ້າງ​ກົດໝາຍ, ປະກາດ​​ໃຊ້ມະຕິ​ນັບທັງ​ທາງ​ດ້ານ​ເສດຖະກິດ​ສັງຄົມ​ ແລະ ກົດໝາຍ​ແມ່ນ​ສຳຄັນ​ທີ່​ສຸດ, ນັ້ນ​ແມ່ນ​​ເນື້ອ​ໃນຈິດ​ໃຈ​ຂອງ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 4”.

ກ່ຽວ​ກັບກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ເນັ້ນ​ໜັກ​ວ່າ ຕ້ອງ​ອີ່​ງ​ໃສ່​ໃນ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ ​ເພື່ອ​ມີ​ການ​ຕີ​ລາຄາ​ຢ່າງ​ຊັດ​ເຈັນ​ກ່ຽວ​ກັບ​ໝາກຜົນ​​ພາຍຫຼັງ​ສອງ​ປີ​ແຫ່ງ​ການ​ປະຕິບັດ​​ແຜນການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ ​ໄລຍະ 2010 – 2015. ກອງ​ປະຊຸມ​ຄັ້ງ​ນີ້​ ກໍ​ມີ​ບັນດາ​​ໂຄງການ, ​​ຮ່າງ​ກົດ​ໝາຍ​ໃຫຍ່ທີ່​ຈຳ​ເປັນຕ້ອງ​ປັບປຸງ​ໃຫ້ສຳ​​ເລັດ, ພິ​ເສດ​ແມ່ນ​ປະກອບ​ຄຳ​ເຫັນ​​​ໃສ່ຮ່າງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ເປັນຄັ້ງ​ທຳ​ອິດ.

ຂ່າວ/ບົດ​ອື່ນ