ໄຂວາລະປະຊຸມຄັ້ງທີ16ສະພາປະຊາຊົນນະຄອນໂຮ່ຈີມິນຊຸດທີ8

ໄຂວາລະປະຊຸມຄັ້ງທີ16ສະພາປະຊາຊົນນະຄອນໂຮ່ຈີມິນຊຸດທີ8 - ảnh 1
ວາ​ລະປະ​ຊຸມ​ຄັ້ງ​ທີ 16 ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ຊຸດ​ທີ 8
(ພາບ: Tuổi trẻ)

(vovworld) – ວັນ​ທີ 9/12, ​ວາ​ລະປະ​ຊຸມ​ຄັ້ງ​ທີ 16 ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ຊຸດ​ທີ 8 ໄຂ​ຂຶ້ນ​ດ້ວຍ​ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ທົບ​ທວນ​ຄືນ​ສະ​ພາບ​ການ​ປະ​ຕິ​ບັດ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2014, ພິ​ຈາ​ລະ​ນາ​ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2015, ໝາກ​ຜົນ​ຂອງ​ການ​ແກ້​ໄຂ​ບັນ​ດາ​ຂໍ້​ສະ​ເໜີ​, ​ຄວາມ​ຂ້ອງ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ໝາກ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ, ຕິດ​ຕາມກວດ​ກາ​ປີ 2014 ແລະ ພິ​ຈາ​ລະ​ນາ​ໜ້າ​ທີ່​ປະ​ຕິ​ບັດ​ໃນ​ປີ 2015… ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ໄດ້​ຈັດ​ຕັ້ງ​ການ​​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈສຳ​ລັບ 18 ຕຳ​ແໜ່ງ​ໂດຍ​ສະ​ພາ​ປະ​ຊາ​ຊົນ​ເລືອກ​ຕັ້ງ ແລະ ຈັດ​ຕັ້​ງ​ການ​ຊັກ​ຖາມ​ສຳ​ລັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເລ​ຮ່​ວາງກວນ ແລະ ຫົວ​ໜ້າ​​ພະ​ແນກ, ຂະ​ແໜງ 2 ທ່ານ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ ກວາງ​ນິງ ແລະ ນະ​ຄອນ ດ່າ​ນັ້ງ ກໍ່​ໄດ້​ໄຂ​ວາ​ລະ​ປະ​ຊຸ​ມ​ສະ​ພາ​ປະ​ຊາ​ຊົນ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ, ​ການປ້ອງ​ກັນ​​ຊາດ​ປ້ອງ​ກັນຄວາມ​ສະ​ຫງົບ​ປີ 2014 ແລະ ທິດ​ທາງ, ໜ້າ​ທີ່​ປີ 2015.



ຂ່າວ/ບົດ​ອື່ນ