ໄຂວາລະປະຊຸມຄັ້ງທີ43,ຄະນະປະຈຳສະພາແຫ່ງຊາດຊຸດທີ13

ໄຂວາລະປະຊຸມຄັ້ງທີ43,ຄະນະປະຈຳສະພາແຫ່ງຊາດຊຸດທີ13 - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 09/12, ວາ​ລະ​ປະ​ຊຸມ​ຄັ້ງ​ທີ 43 ຂອງຄະ​ນະ​ປ​ະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸ​ດ​ທີ 13 ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸ​ມນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ເພື່ອ​ຕີ​ລາ​ຄາ​ໝາກ​ຜົນ​ກ​ອງ​ປະ​ຊຸມ​ຄັ້ງ​ທີ 10 ຜ່ານ​ມາ; ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະ​ກ​ຽມ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 11, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ກ​ໍ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບບັນ​ດາ​ຮ່າງ​ມະ​ຕິ; ກຳ​ນົດ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ ແລະ ຂໍ້​ກຳ​ນົດ​ໜ້າ​ທີ່​ຮັບ​ຜິດ​ຊອບ, ​ສິດ​ອຳ​ນາດ, ໂຄງ​ປະ​ກອບ​ການ​ຈັດ​​ຕັ້ງ​ຂອງ​ຫ້ອງວ່າ​ການ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ... ​ນອກ​ຈາກນັ້ນ, ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ​ຍັງ​ຈະ​ໃຫ້​ຄຳ​ເຫັນ​ໃສ່​ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ເລື່ອງ​ປະ​ກາດ​ກົນ​ໄກ​ຄຸ້ມ​ຄອງ​ການ​ເງິນ ແລະ ​ບັນ​ຈຸ​ພະ​ນັກ​ງານສຳ​ລັບ​ອົງ​ການ​ພາ​ສີ, ອົງ​ການ​ຈັດ​ຕັ້ງ​ພາ​ສີ​ອາ​ກອນ​ໄລ​ຍະ 2016 – 2020; ​ລັດ​ຖະ​ບັນ​ຢັດຄຸ້ມ​ຄອງ​ຕະ​ຫຼາດ; ລາຍ​ຈ່າຍຄຸ້ມ​ຄອງ​ຂອງ​ປະ​ກັນ​ສັງ​ຄົມ​ຫວຽດ​ນາມ… ຄາດ​ຄະ​ເນ​ວ່າ, ວາ​ລະ​ປະ​ຊຸມ​ຄັ້ງ​ທີ 43 ຂອງ​ຄະ​ນະ​ປະ​ຈ​ຳ​ສະ​ພາ​ແຫ່ງ​ຊາດ ຈະ​ເຮັດ​ວຽກ​ຮອດ​ວັນ​ທີ 11/12.

ຂ່າວ/ບົດ​ອື່ນ