ໄຂວາລະປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ - ảnh 1
ວາລະ​ປະຊຸມ​ຄັ້ງ​ທີ 44 ຂອງຄະນະປະຈຳສະພາແຫ່ງຊາດ
(ພາບ:cafef.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/1, ພາຍ​ໃຕ້​ການ​ເປັນປະ​ທານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ປະຈຳ​ສະພາ​ແຫ່​ງຊາດ​ໄດ້ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 44 ດ້ວຍ​ຫຼາຍ​ເນື້ອ​ໃນ​ສຳຄັນ, ​ໃນ​ນັ້ນ​ມີ​ເລື່ອງ​ກະກຽມ​ໃຫ້ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ, ອາຍຸ​ການ 2016-2021, ​ເຊິ່ງຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 22/5. ກ່າວ​ຄວາມ​ເຫັນ​ໄຂ​ວາລະ​ປະຊຸມ, ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ, ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ປະກາດ​ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ ອາຍຸ​ການ 2016-2021; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະຕິ​ທີ່​ແນະນຳ​ກ່ຽວ​ກັບ​ການ​ກຳນົດ​ອົງ​ປະກອບ, ພາກສ່ວນ, ການຈັດ​ແບ່ງ​ຈຳນວນ​ຜູ້​ໄດ້​ຮັບ​ສະ​ເໜີ​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ. ພິຈາລະນາ, ຮັບຮອງ​ເອົາ​ມະຕິ​ກຳນົດ​ລະອຽດ ​ແລະ ​ແນະນຳ​ກ່ຽວ​ກັບ​ການ​ປະຕິບັດ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາຊົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ໃສ່​ໃຈ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ,​ ຮັບປະກັນ​ຊີ້​ນຳ, ​ແນະນຳ​ຢ່າງ​ຊັດ​ເຈນ ​ເພື່ອ​ໃຫ້ການ​ເລືອກ​ຕັ້ງ​​ໄດ້​ຮັບ​ຜົນສຳ​ເລັດ. ພາຍຫຼັງ​ວາລະ​ໄຂ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ນາມ, ການ​ເຂົ້າ​ເປັນ​ສະມາຊິກ ​ແລະ ປະຕິບັດ​ສົນທິສັນຍາ​ສາກົນ (ສະບັບ​ປັບປຸງ) ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ສຳ​ຜັດ​ຂໍ້​ມູນ​ຂ່າວ, ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ດຳ​ລັດ​ໂດຍ​ກຳ​ນົດ​ລະ​ອຽດ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ປະ​ກາດ​ວັນ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທ​ຸກ​ຂັ້​ນ​ອາ​ຍຸ​ການ 2016-2021.

        ​ແລະ​ກໍ່​ຢູ່​ທີ່​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 4 ສະບັບ​ ທີ່​ຈະ​ຍື່ນ​ຕໍ່​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ອີກ​ເຊັ່ນ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ນາມ, ການ​ເຂົ້າ​ເປັນ​ສະມາຊິກ ​ແລະ ປະຕິບັດ​ສົນທິສັນຍາ​ສາກົນ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍການ​ສຳຜັດ​ກັບ​ຂໍ້​ມູນ; ກົດໝາຍ​ວ່າ​ດ້ວຍພາສີ​ສົ່ງ​ອອກ, ພາສີ​ນຳ​ເຂົ້າ (ສະບັບ​ປັບປຸງ); ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນ​ມູນ​ຄ່າ​ເພີ່ມ, ກົດໝາຍ​ວ່າ​ດ້ວຍ​ຈຳໜ່າຍ​ພິ​ເສດ, ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາສີ​ອາກອນ ​ແລະ ບາງ​ເນື້ອ​ໃນ​ອື່ນໆ​ອີກ.

       


ຂ່າວ/ບົດ​ອື່ນ