ໄຂວາລະປະຊຸມຄັ້ງທີ46ຂອງຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມຄັ້ງທີ46ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: quochoi.vn)

(vovworld) –  ຕອນ​ເຊົ້າ​ວັນ​ທີ 7/3, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 46. ນີ້​ແມ່ນ​ວາລະ​ປະຊຸ​ມສຸດ​ທ້າຍ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ກະກຽມບັນດາ​ເນື້ອ​ໃນ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 11 ຂອງ​ສະພາ​ແຫ່ງ​ຊາດ. ດຳ​ເນີນ​ແຕ່​ວັນ​ທີ 7 – 9/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປະກອບ​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຕີ​ລາຄາ​ເພີ່ມ​​ເຕີມ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ງົບປະມານ​ຂອງລັດ​ປີ 2015, ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ - ສັງຄົມ​ໄລຍະ 5 ປີ 2011 – 2015, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 5 ປີ 2016 – 2020, ​ແຜນການ​ການ​ເງິນ​ໄລຍະ 5 ປີ 2016 – 2020, ​ແຜນການ​ລົງທຶນ​ແຫ່ງ​ລັດ​ໄລຍະ 5 ປີ 2016 – 2020, ​ແຜນການ​ນຳ​ໃຊ້​ທີ່​ດິນ​ໄລຍະ 5 ປີ 2016 – 2020. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຮັບຮອງ​ເອົາ​ລັດຖະບັນຍັດ​ຄຸ້ມ​ຄອງ​ຕະຫຼາດ, ຮັບຮອງ​ເອົາ​ກົດ​ລະບຽບ​ແຫ່ງ​ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ຄະນະຕຸລາ​ກິດ. ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​​ຮ່າງ​ລັດຖະບັນ​ຍັດ​​ໃນ​ການບຳລຸງ​ສ້າງ​ບາງ​ຕຳ​ແໜ່​ງດ້ານຕຸລາການ, ຮ່າງ​ບົດ​ລາຍ​ງານ​ວຽກ​ງານ​ອາຍຸ​ການ​ຊຸດ​ທີ 13 ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຮ່າງ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ສຳ​ພັດ​ຂໍ້​ມູນ​ຂ່າວ ​ແລະ ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

 


ຂ່າວ/ບົດ​ອື່ນ