ໄຂວາລະປະຊຸມຄັ້ງທີ6,ຄະນະປະຈຳສະພາແຫ່ງຊາດຊຸດທີ14

(vovworld) - ວັນ​ທີ 9/1, ​ຈະໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ6,ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ​ເຊິ່ງ​ຈະດຳ​ເນີນ​ເປັນ​ເວ​ລາ 3 ວັນ, ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ສະ​ຫງວນ​ເວ​ລາ​ສ່ວນຫຼ​າຍ​ໃຫ້​ແກ່​ວຽກ​ງາ​ນ​ສ້າງ​ກົດ​ໝາຍ. ຕາມນັ້ນ​ແລ້ວ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ຈຳ​ນວນ​ໜຶ່ງ​ຄື: ກົດໝາຍ​ວ່າ​ດ້ວຍ​ການ​ຊົດ​ເຊ​ີຍ​ຂອງ​ລັດ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິ​ຕິ​​ທຳ (ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ກົດ​ໝາຍ​ວ່າ​ດ້ວຍ​ການ​ວາງ​ແຜນ​ຜັງ… ກໍ່​ໃນ​ວາ​ລະ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ປະ​ກອ​ບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ແຜນ​ຮ່າງ ແລະ ລະ​ດັບ​ການ​ຈັດ​ແບ່ງ​ທຶນ​ລະ​ອຽດ​ໃຫ້​ແຕ່​ລະ​ໂຄງ​ການ​ໃນ​ແຜນ​ການ​ລົງ​ທຶນ​​ສາ​ທາ​ລະ​ນະ​ໄລ​ຍະ​ກາງ​ແຕ່ 2016 – 2020 ແລະ ບາງ​ບັນ​ຫ​າ​ສຳ​ຄັນ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ