ໄຂວາລະປະຊຸມທີ 8 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ໄຂວາລະປະຊຸມທີ 8 ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1
ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: infonet.vn)

(vovworld) - ຕອນ​ເຊົ້າວັນ​ທີ 4/5, ວາລະ​ປະຊຸມ​ຄັ້ງ​ທີ 8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຖືກ​ໄຂ​ຂຶ້ນ​ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ຊີ້​ແຈງ​ວ່າ: ວາລະ​ປະ​ຊຸມ​ຄັ້ງ​ທີ 8 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ໃນ​ເວລາ 2 ວັນ ​ເພື່ອ​ກະກຽມ​ວຽກ​ງານ​ຈຳນວນ​ໜຶ່ງ​ໃຫ້​ແກ່​ກອງ​ປະຊຸມ​ສາ​ໄໝ​ສະມັນ​ເທື່ອທີ 3, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ທີ່​ກອງ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສຸມ​ໃສ່​ເນື້ອ​ໃນ​ໃຫຍ່​ຈຳນວນ​ໜຶ່ງ​ທີ່​ກ່ຽວຂ້ອງ​ເຖິງ​ງົບປະມານ​ແຫ່ງ​ລັດ, ພັນທະບັດ​ລັດຖະບານ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽ​ມກອງ​ປະຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ເລື່ອງ​ສ້າງ​ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ​ຂອງ​ສະພາ​ແຫ່ງ​ຊາດ ປີ 2013, ດັບ​ປັບ​​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ​ປີ 2012 ​ແລະ ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປະກອບ​ຄຳ​ເຫັນ ກ່ຽວ​ກັບ​ແຜນ​ຮ່າງ​ສືບ​ຕໍ​ປ່ຽນ​​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ປຶກສາ​ຫາລື​ເພື່ອ​ຮັບຮອງ​ເອົາ​ມະຕິ ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທີ່​ວາລະ​ປະຊຸມ​ຄັ້ງນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ ​ຄຸນ​ລັກສະນະສະມາຊິກ​ສະພາ​ແຫ່ງ​ຊາດ ສຳລັບທ່ານ​ນາງສະມາ​ຊິກ​ສະພາ​ແຫ່ງ​ຊາດ Dang Thi Hoang Yen.

ຂ່າວ/ບົດ​ອື່ນ