ໄຂສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ 2023”

(VOVWORLD) - ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນທີ່ສຸດ ເພື່ອໃຫ້ປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່.
ໄຂສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ 2023” - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ
(ພາບ: TTXVN)

        ສັບປະດາ “ມະຫາສາມັກຄີທົ່ວປວງຊົນທັງຊາດ - ມໍລະດົກວັດທະນະທຳ ຫວຽດນາມ 2023” ແລະ ວັນບຸນຕົ້ນກະຖິນ, ພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຄັ້ງທີ 2 ປີ 2023 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 23 ພະຈິກ, ຢູ່ບ້ານວັດທະນະທຳ, ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ຢູ່ ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ). ລາຍການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງແນວໂຮມຊົນຊາດເອກະພາບ ຫວຽດນາມ (18 ພະຈິກ) ແລະ 78 ປີແຫ່ງວັນມໍລະດົກວັດທະນະທຳ ຫວຽດນາມ (23 ພະຈິກ).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໄດ້ຢືນຢັນວ່າ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນທີ່ສຸດ ເພື່ອໃຫ້ປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່. ທ່ານ ໂດ້ວັນຈຽນ ສະເໜີວ່າ, ໃນໄລຍະຈະມາເຖິງ, ຕ້ອງເພີ່ມທະວີວຽກງານໂຄສະນາ, ຂົນຂວາຍ ເພື່ອໃຫ້ປະຊາຊົນ 54 ຊົນເຜົ່າອ້າຍນ້ອງຕັ້ງໜ້າປະກອບເຫື່ອແຮງເພື່ອສ້າງສາບ້ານເກີດເມືອງນອນ, ປະເທດຊາດ. ທ່ານຫວັງວ່າ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຈະສືບຕໍ່ປະຕິບັດຍຸດທະສາດພັດທະນາວັດທະນະທຳຮອດປີ 2030, ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳອັນດີງາມຂອງບັນດາຊົນເຜົ່າ, ເຊື່ອມຕໍ່ການແຜ່ຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ