ໄຂສັບປະດາກອງປະຊຸມສຸດຍອດ APEC ຢູ່ລັດເຊຍ

ໄຂສັບປະດາກອງປະຊຸມສຸດຍອດ APEC ຢູ່ລັດເຊຍ - ảnh 1
(ພາບປະກອບ)

(vovworld) -     ກອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ APEC, ສັບປະ​ດາກ​ອງປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝິກ (APEC) ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 2/9, ຢູ່​ນະຄອນ Vladivostok ຂື້ນ​ກັບ​ເຂດ Primorie ​ແຫ່ງ​ສະຫະພັນ​ລັດ​ເຊຍ. ​ເປີກ​ສາກ​ບັນດາ​ການ​ເຄື່ອນ​ໄຫວ​ແມ່ນ​ກອງປະຊຸມ​ບັນດາ​ການ​ນຳ​ອະ​ວຸ​ໂສ​ຂອງ APEC. ກອງ​ປະຊຸມ​ນີ້ ​ໄດ້​ດຳ​ເນີນ​ໄປ​ໃນ​ເວລາ 3 ວັນ ຈະ​​​​ເປັນເອກະ​ພາບ​ກັບບັນດາ​ຂໍ້​ສະ​ເໜີ​ທີ່​ຍື່ນເຖິງການ​ນຳ APEC ທີ່​ກອງ​ປະຊຸມ​ສຸດ​ຍອດ ​ເຊິ່ງຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 8 – 9/9 ທີ່​ຈະ​ມາ​ເຖິງ. ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້ສຸມ​ໃສ່​ປຶກສາ​ຫາ​ລືບັນດາ​ບັນຫາ​ຄື​​ຫັນ​​ເປັນ​ການ​ຄ້າ ​ແລະ ການ​ລົງທຶນ​ເປັນ​ເສລີ, ​​ເຊື່​ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ, ປັບປຸງ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ສ້າງ​ບັນດາ​​ເຄື່ອຄ່າ​ຍ​ໂຄມ​ມະ​ນາ​ຄົມ ພະລາທິການ ຢ່າງ​ໝັ້ນຄົງ ​ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ພັດທະນາ ​ແລະ ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຊີ.

ຂ່າວ/ບົດ​ອື່ນ