ໄຂສັບປະດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 02 ກຸມພາ, ທີ່ຖະໜົນປຶ້ມນະຄອນ ໂຮ່ຈີມິນ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສຳນັກພິມຈຳໜ່າຍສັງລວມນະຄອນ ໂຮ່ຈີມິນ ຈັດຕັ້ງ “ສັບປະດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020)”.
ໄຂສັບປະດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ - ảnh 1 ການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

        ເຫດການດັ່ງກ່າວລວມມີບັນດາການເຄື່ອນໄຫວຄື: ງານວາງສະແດງເອກະສານກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ; ວາງສະແດງ, ງານວາງສະແດງຮູບຖ່າຍເອກະສານກ່ຽວກັບອົງຄະນະພັກ ໄຊງ່ອນ - ເຈິ້ເລີ໊ນ - ນະຄອນ ໂຮ່ຈີມິນ. ອ້າຍ ຫງວຽນວັນລົກ, ນັກສຶກສາສະຖາບັນດົນຕີນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        “ຕົນເອງຮູ້ສຶກມີຄວາມເອກອ້າງທະນົງໃຈ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນຂອງປະເທດຄື ຫງວຽນທິມິງຄາຍ, ຫງວຽນທິດິງ…ແລະ ນັກຮົບວິລະຊົນອື່ນໆອີກຫລາຍຄົນ. ເຂົາເຈົ້າໄດ້ເສຍສະຫຼະຊີວິດເພື່ອຍາດເອົາເອກະລາດໃຫ້ແກ່ປະເທດຊາດ ໃຫ້ລຸ້ນຄົນຕ່າງໆພວກເຮົາໄດ້ດຳລົງຊີວິດໃນຄວາມເປັນສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ