ໄຂສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75

(VOVWORLD) -  ສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 ຖືກໄຂຂຶ້ນໃນວັນທີ 21 ກັນຍາ ຢູ່ສຳນັກງານສະຫະປະຊາຊາດ ຢູ່ນິວຢອກ, ປະເທດ ອາເມລິກາ.
ໄຂສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 - ảnh 1 ໄຂສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 (ພາບ: TTXVN)

   ການເຄື່ອນໄຫວທຳອິດຂອງເຫດການນີ້ ແມ່ນພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75 Voncan Bozkir ເນັ້ນໜັກວ່າ:

        “ບໍ່ມີອົງການຈັດຕັ້ງທົ່ວໂລກໃດ ທີ່ມີລັກສະນະຖືກຕ້ອງຕາມກົດໝາຍ ແລະ ມີຜົນສະທ້ອນ ກໍ່ຄືນຳມາເຊິ່ງຄວາມຫວັງໃຫ້ທຸກຄົນ ກ່ຽວກັບໂລກທີ່ດີງາມກ່ວາຄືສະຫະປະຊາຊາດ. ໃນຂະນະທີ່ ພວກເຮົາເລີ່ມຕົ້ນດຳເນີນຊຸດທີ່ 75 ຂອງສະມັດຊາໃຫຍ່ສະຫະປະຊາຊາດ, ຂ້າພະເຈົ້າຮຽກຮ້ອງໃຫ້ໂລກມີການກະທຳຢ່າງເຂັ້ມງວດ.

        ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງລັດທິຫລາຍຝ່າຍ ໃນການແກ້ໄຂບັນດາບັນຫາທົ່ວໂລກ. ທ່ານກ່າວວ່າ:

        “ບັນດາອຸດົມຄະຕິຂອງສະຫະປະຊາຊາດລວມມີ ສັນຕິພາບ, ຄວາມຍຸຕິທຳ, ສະເໝີພາບ ແລະ ກຽດສັກສີ ແນໃສ່ມຸ່ງໄປເຖິງໂລກທີ່ດີງາມກ່ວາ. ວັນນີ້ ພວກເຮົາມີຫລາຍສິ່ງທ້າທາຍຫລາຍຝ່າຍ ແຕ່ຍັງຂາດບັນດາມາດຕະການຫລາຍຝ່າຍ. ພວກເຮົາຕ້ອງການມີລັດທິຫລາຍຝ່າຍຢ່າງມີປະສິດທິຜົນກ່ວາ ດ້ວຍວິໄສທັດ, ຄວາມມຸ່ງຫວັງ ແລະ ລະດັບຜົນສະທ້ອນ.

        ໃນຖະແຫຼງການຮ່ວມເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ, ບັນດາຜູ້ແທນໄດ້ຢັ້ງຢືນວ່າ ສິ່ງທ້າທາຍຂອງໂລກ ລ້ວນແຕ່ມີສ່ວນກ່ຽວຂ້ອງຢ່າງສະໜິດຕິດພັນເຊິ່ງກັນແລະກັນ ແລະ ພຽງແຕ່ໄດ້ແກ້ໄຂໂດຍຜ່ານລະບົບຫລາຍຝ່າຍທີ່ເຂັ້ມແຂງກ່ວາເທົ່ານັ້ນ ມຸ່ງໄປເຖິງການສ້າງໂລກແຫ່ງຄວາມຍຸຕິທຳ ແລະ ໝັ້ນຄົງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ