ໄຂສັບປະດາພົບປະແລກປ່ຽນວັດທະນະທຳຫວຽດນາມ-ອີຢິບ

ໄຂສັບປະດາພົບປະແລກປ່ຽນວັດທະນະທຳຫວຽດນາມ-ອີຢິບ - ảnh 1
ລາຍການ​ສະ​ແດງລະຄອນ​ຕຸກກະຕາ​ນ້ຳ “Isis Osiris”
(ພາບ: vietnamplus.vn)

(vovworld) – ​ ສັບປະດາ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ອີ​ຢິບ ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ​ແລະ  ​ແຂວງ​ແຄມ​ທະ​ເລ​ແດງ​ສົມທົບ​ກັນ​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 21/07 ຢູ່​ນະຄອນ​ທ່ອງ​ທ່ຽວ El Gouna ຂຶ້ນ​ກັບ​​ແຂວງ​ດັ່ງກ່າວ. ທີ່​ພິທີ​ໄຂ, ສະຖານທູດ ຫວຽດນາມ ​ໄດ້ສາຍຮູບ​​ເງົາວີ​ດີ​ໂອ, ຈັດການວາງສະ​ແດງ​ຮູບ​ພາບ, ວາງສະ​ແດງ​ປື້​ມ ​ແລະ ​ເອກະສານ​ແນະນຳ​ກ່ຽວ​ກັບ​ວັດທະນະທຳ​ ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ, ກໍ່ຄື​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ທີ່ພົ້ນ​ເດັ່ນ ພາຍຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່. ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເປັນເອກະລັກ​ສະ​ເພາະ​ໄດ້​ກໍ່​ຄວາມ​ປະ​ທັບ​ໃຈ​ສຳລັບສາທາລະນະ​ຊົນ ອີ​ຢິບ ​ແມ່ນ​ລາຍການ​ສະ​ແດງລະຄອນ​ຕຸກກະຕາ​ນ້ຳ “Isis Osiris” ​ໂດຍ​ບັນດາ​ນັກ​ສິລະ​ປິນຂອງ​ໂຮງ​ລະຄອນ​ຕຸກກະຕາ Caro ປະຕິບັດ, ນັ້ນ​ແມ່ນ​ລາຍການ​ລະຄອນ​ຕຸກກະຕາ​ນ້ຳ​ທຳ​ອິດ​ຢູ່ ອີ​ຢິບ ​ເວົ້າ​ສະ​​ເພາະ ​ແລະ ​ເຂດ​ຕາ​ເວັນ​ອອກ​ກາງ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ