ໄຂສັບປະດາ”ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ2015”

ໄຂສັບປະດາ”ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ2015” - ảnh 1
(ບັນຍາກາດການ​ເຄື່ອນ​ໄຫວ​
ຂອງຕະຫຼາດ​ບົນ​ໜ້າ​ນ້ຳ​ພາກ​ໃຕ້ຫວຽດນາມ)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 15/11, ຢູ່​ບ້ານ​ວັດທະນາ​ທຳ​-ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຫວຽດນາມ( ດົ່ງ​ໂມ, ​ເຊ​ີນ​ໄຕ, ຮ່າ​ໂນ້ຍ), ​ໄດ້ວາດ​ພາບບັນຍາກາດການ​ເຄື່ອນ​ໄຫວ​ຂອງຕະຫຼາດ​ບົນ​ໜ້າ​ນ້ຳ​ພາກ​ໃຕ້ຫວຽດນາມຢ່າງ​ມີ​ຊີວິດ​ຊີວາ. ​ນີ້​ແມ່ນ​ເຫດການ​ເປີດ​ສາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ “ມະຫາ​ສາມັກ​ຄີ​ບັນດາ​ເຜົ່າ-ມໍລະດົກ​ວັດທະນະທຳ​ຫວຽດນາມ 2015”​ ​​ເຊິ່ງໄດ້​ດຳ​ເນີນ​ແຕ່​ວັນ​ທີ 15-23/11.

        ທ່ານ ​ເລິ​ມວັນ​ຄາງ ຮອງ​ຫົວໜ້າ​ຄະນະຮັບຜິດຊອບ ຄະນະ​ຄຸ້ມ​ຄອງ​ບ້ານ​ວັດທະນະ​ທຳ-ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສັບປະດາ “ ມະຫາ​ສາມັກຄີ​ບັນດາ​ເຜົ່າ-ມໍລະດົກ​ວັດທະນະ​ທຳ​ຫວຽດນາມ 2015” ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ວາດ​ພາບ​​ເຖິງບັນດາ​ຈຸດ​ວັດທະນາ​ທຳທີ່​ເປັນ​ມູນ​ເຊື້ອທີ່ ອຸດົມສົມບູນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ ປະຊາຊົນ, ນັກ​ສິລະ​ປະການພາກ​​ໃຕ້​ຫວຽດນາມ. ນັ້ນ​ບໍ່​ພຽງ​ແຕ່​ແມ່ນ​ການ​ຊື້-ຂາຍ​ທຳ​ມະ​ດາ​ເທົ່າ​ນັ້ນ ​ເຊິ່ງມັນ​ຍັງ​ແມ່ນ​ທັງ​ບັນຍາກາດ​ວັດທະນະທຳ​ອີກ​ດ້ວຍ. ຢູ່​ທີ່​ນີ້, ປະຊາຊົນ​ໄດ້​ສະ​ແດງ​​ໃຫ້​ເຫັນ​ການ​ດຳ​ເນີນ​ຊີວິດ​ປະຈຳ​ວັນຂອງ​ຕົນ​ເອງ ຈາກ​ການ​ຊື້​-ຂາຍ​ແລກປ່ຽນ​ ເຖິງ​ ບັນດາ​ການ​​ເຄື່ອນ​ໄຫວ​ໃນຊີວິດ​ປະຈຳ​ວັນ, ຊ້ຳ​ບໍ່​ໜຳ​ ຍັງ​ສະ​ແດງ​​ໃຫ້​ເຫັນບັນດາ​ຄວາມ​ຕ້ອງການ​​ໃນ​ຊີວິດ​ປະຈຳ​ວັນ”

        ບັນດາ​ການ​ເຄື່ອນ​ໄຫວ​ວາ​ດພາບ​ບັນຍາກາດ​ວັດທະນະ​ທຳ​ຕະຫຼາດ​ບົນ​ໜ້າ​ນ້ຳ​ພາກ​ໃຕ້​ຫວຽດນາມ​ຈະ​ແກ່ຍາວ​​ໄປ​ຮອດວັນ​ທີ 23/11 ຈຶ່ງ​ອັດ​ລົງ.

ຂ່າວ/ບົດ​ອື່ນ