ໄຂສັບປະດາວັດທະ ນະທຳສາສະໜາພຸດ ຄັ້ງທີ 4

ໄຂສັບປະດາວັດທະ ນະທຳສາສະໜາພຸດ ຄັ້ງທີ 4 - ảnh 1

(ພາບປະກອບ:automatic.vn)​

( vovworld ) – ​ຕອນ​ຄ່ຳວັນ​ທີ 12/8, ຢູ່​​ແຂວງ​ເງະ​ອານ, ສູນ​ກາງສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ,​ຄະນະ​ບໍລິຫານ​ງານ​ພຸດທະ​ສາສະໜາ​ແຂວງ​ເງະ​ອານ, ສະ​ຖາ​ບັນ​ສາສະໜາ​ສູນ​ກາງ ​ໄດ້​ໄຂ​ສັບປະດາ​ວັດທະນະທຳ​ສາສະໜາ​ດ້ວຍ​ຫົວ​ຂໍ້ “ສະສາ ຫນາ​ພຸດ​ເງະ​ອານຮ່ວມ​ເດີນທາງ​ພ້ອມ​ກັບ​ຊາດ“. ນີ້​ແມ່ນ​ສັບປະດາ​ສາສະໜາ​ພຸດ​ຄັ້ງທີ 4 ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ແລະ ​ແມ່ນ​ສັບປະດາ​ວັດທະນະທຳ​ສາສະໜາ​ພຸດ​ໄດ້​ຖືກ​ຈັດ​ຂຶ້ນ​ດ້ວຍ​ຂອບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ​ສັບປະດາ​ວັດທະນະທຳ​ສາສະໜາ​ພຸດມີ​ບັນດາ​ການ​ເຄື​ອ່ນ​ໄຫວທີ່​ອຸດົມສົມບູນ​ຄື: ການ​ບັນ​ລະ​ຍາຍ, ສອນ​ສາສະໜາ, ກອງ​ປະຊຸມ​ສຳ​ມະ​ນາ, ສາຍ​ຟີມຮູບ​ເງົາ, ງານ​ວາງສະ​ແດງ​ພາບ​ສິລະ​ປະ, ງານ​ບຸນ​ອາຫານ​ເຈ…..​ສັບປະດາ​ວັດທະນະທຳ​ສາສະໜາ​ພຸດ​ຄັ້ງນີ້​ເພື່ອ​ແນ​ໃສ່​ຫັນ​ບັນດາ​ລາຍການ​ເຄື່ອນ​ໄຫວ​ພຸດ​ທາ​ສາສະໜາ​​ເປັນ​ລະອຽດ, ຢັ້ງຢືນ​ບັນດາ​ຄຸ​ນຄ່າດ້ານ​ແນວ​ຄິດ​ວັດທະນະທຳ​ສາສະໜາ​ພຸດ​ໃນ​ເຂດ​ດິ​ນ​ແດນ​ເງະ​ອານ, ກຳນົດ​ທິດ​ທາງ​ການ​ດຳ​ເນີນ​ຊີວິດ​ດ້ານ​ວັດທະນະທຳ, ​ເຫຼື້ອມ​ໃສ​ຂອງ​ວົງຄະນາ​ຍາດ, ຊ່ວຍ​ພັດທະນາ​ຊີວິດ​ສາສະໜາ​ປອດ​ໃສ, ຢູ່​ໃນ​ສິນ​ກິນ​ໃນ​ທຳ, ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາດ.

 

 

 

 

ຂ່າວ/ບົດ​ອື່ນ