ໄຂສັບປະດາວັດທະນະທໍາດ້ວຍຫົວຂໍ້ “ຢ້ຽມຊົມເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່

(VOVWORLD) - ຕອນຄໍ່າວັນທີ 21 ກັນຍາ, ຢູ່ສະໜາມກິລາ ເມືອງ ຮວ່າງຊູຟີ່ ແຂວງຮ່າຢາງ ໄດ້ດໍາເນີນພິທີໄຂສັບປະດາວັດທະນະທໍາດ້ວຍຫົວຂໍ້ “ຢ້ຽມຊົມເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່ ປີ 2019. 
ໄຂສັບປະດາວັດທະນະທໍາດ້ວຍຫົວຂໍ້ “ຢ້ຽມຊົມເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່ - ảnh 1 ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ມອບຂໍ້ຕົກລົງຮັບຮອງເອົາມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ ສໍາລັບ ອາຊີບຕີເງິນຂອງຊົນເຜົ່ານຸ່ງ ຢູ່ ຮວ່າງຊູຟີ່ ແຂວງຮ່າຢາງ (ພາບ: TTXVN)

ສັບປະດາວັດທະນະທໍາດ້ວຍຫົວຂໍ້ “ເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່ ປີ 2019 ໄດ້ຖືກໄຂຂຶ້ນ ແມ່ນເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທໍາ, ພ້ອມທັງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່່າທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງຮ່າຢາງ.

        ທີ່ພິທີໄຂ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ມອບຂໍ້ຕົກລົງຮັບຮອງເອົາມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ ສໍາລັບ ອາຊີບຕີເງິນຂອງຊົນເຜົ່ານຸ່ງ ຢູ່ ຮວ່າງຊູຟີ່ ແຂວງຮ່າຢາງ; ມອບລາງວັນນັກສິລະປະການ ຊົງຊາ ຫວຽດນາມ ປີ 2019.

        ໂດຍຕາງໜ້າໃຫ້ແກ່ພັກ, ລັດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຕີລາຄາສູງ ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງຮ່າຢາງ ທີ່ໄດ້ກໍ່ສ້າງ ຮ່າຢາງ ໃຫ້ນັບມື້ນັບຮັ່ງມີສວຍງາມ.  ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຮຽກຮ້ອງໃຫ້ແຂວງ ຮ່າຢາງ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ ໃຫ້ເໝາະສົມ ແລະ ມີປະສິດທິຜົນ, ນໍາ ຮ່າຢາງ ໃຫ້ຫຼຸດພົ້ນອອກຈາກສະພາບຄວາມທຸກຍາກເປັນພິເສດ ເທື່ອລະກ້າວ. 

ຕອບກັບ

ຂ່າວ/ບົດ​ອື່ນ