ໄຂສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໝູ່ກັງຈາຍ ປີ 2013

ໄຂສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໝູ່ກັງຈາຍ ປີ 2013 - ảnh 1
ລາຍການສະແດງຟ້ອນໃນພິທີໄຂສັບປະດາວັດທະນະທຳ, ກິລາ
 ແລະ ທ່ອງທ່ຽວ ໝູ່ກັງຈາຍ ປີ 2013
(ພາບ:TTXVN)

(Vovworld)- ສັບປະດາ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໝູ່​ກັງ​ຈາ​ຍ ປີ 2013 ​ໄດ້ຖືກ​ໄຂ​ຂຶ້ນ​ຢູ່​ສະໜາມ ກິລາ​ເມືອງ ໝູ່​ກັງ​ຈາ​ຍ ​ແຂວງ ອຽນ​ບ້າຍ​ໃນ​ຕອນ​ຄ່ຳ​ວັນ​ທີ 28/9. ມາ​ຮ່ວມ ສັບປະດາ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໝູ່​ກັງ​ຈາ​ຍ ປີ 2013, ​ແຂກ​ຄົນ​ທັງຫຼາຍ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ນາ​ຂັ້ນ​ໄດ​ດ້ວຍ​ສີ​ເຫຼືອງ​ອາຣາມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນດາ​ເຫດການ​ທີ່​ອຸດົມສົມບູນ, ​ເປັນ​ເອກະລັກ​ສະ​ເພາະ ​ແລະ ດູດ​ດື່ມ​ອີກ​ດ້ວຍ. ນັ້ນ​ແມ່ນ​ຕະຫຼາດນັດ​ເຂດ​ພູ​ສູງ ຊຶ່ງ​ໄດ້​ວາງ​ຂາຍ​ບັນດາ​ຜະລິດ​ຕະພັນ​ພື້ນ​ເມືອງ​ຂອງ​ເຂດ​ພູ​ສູງຄື ໝາກກະທັນ, ​ເຫຼົ້າ​ເຂົ້າໜຽວ, ໝາກ​ຖາວກົວ, ​ເຄື່ອງ​ດົນຕີ ​ແລະ ຊຸດ​ອາພອນ​ປະຈຳ​ເຜົ່າ​ຕ່າງໆ...ພິ​ເສດ​ງານ​ແຂ່ງຂັນ “ ກ່ຽວ​ເຂົ້າ​ໄວ, ​ໄຖ​ນາ​ເກັ່ງ” ຖືກ​ຈັດ​ຂຶ້ນ​ຢູ່​ຕາ​ແສງ ​ເຈ​ກູ​ຍາ ຊຶ່ງ​ຈຸດ​ໃໝ່ ​ແລະ ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ ສັບປະດາ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ໝູ່​ກັງ​ຈາ​ຍ ປີ ນີ້.

ຂ່າວ/ບົດ​ອື່ນ