ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ແລະ ນະ​ຄອນ ໂຮ່​ຈີ​ມິນ ຢູ່ ລາວ

(VOVWORLD) - ໂດຍດຳເນີນເປັນເວລາ 3 ວັນ, ສັບປະດາວັດທະນະທຳ - ການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ ລາວ  ຈະມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ງານວາງສະແດງພາບຖ່າຍແນະນຳສີສັນວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າ, ຜະລິດຕະພັນທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ, ນະຄອນ ໂຮ່ຈີມິນ ແລະ ແຂວງ ຫຼວງພະບາງ.
ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ແລະ ນະ​ຄອນ ໂຮ່​ຈີ​ມິນ ຢູ່ ລາວ - ảnh 1ພິທີໄຂສັບປະດາວັດທະນະທຳ - ການທ່ອງທ່ຽວ ເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ຫຼວງພະບາງ (ພາບ: TTXVN)

ຕອນຄ່ຳວັນທີ 25 ຕຸລາ, ຢູ່ນະຄອນ ຫຼວງພະບາງ, ສັບປະດາວັດທະນະທຳ - ການທ່ອງທ່ຽວ ເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ຫຼວງພະບາງ ໄດ້ໄຂຂຶ້ນຢ່າງເປັນທາງການ. ນີ້ແມ່ນຄັ້ງທຳອິດທີ່ເຫດການວັດທະນະທຳ - ການທ່ອງທ່ຽວ ເຕົ້າໂຮມຜູ້ຕາງໜ້າຈາກ 4 ແຂວງທາງທິດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຖືກຈັດຂຶ້ນຢູ່ເມືອງເກົ່າຫຼວງພະບາງ - ແຫຼ່ງທ່ອງທ່ຽວຊື່ດັງຂອງ ລາວ.

ບັນດາລາຍການສະແດງສິລະປະ ໄດ້ຍ້ອງຍໍຊົມເຊີຍຄວາມສວຍງາມຂອງປະເທດຊາດ, ປະຊາຊົນ ກໍຄື ນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ - ລາວ, ດ້ວຍຫົວຂໍ້ “ເຂດຕາເວັນຕົກສ່ຽງເໜືອ - ນະຄອນ ໂຮ່ຈີມິນ ແຫ່ງສີສັນ” ໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນທ້ອງຖິ່ນ, ປະຊາຄົມຊາວ ຫວຽດນາມ ອາໄສ, ເຮັດວຽກຢູ່ ຫຼວງພະບາງ ນັບໝື່ນຄົນ.

ໂດຍດຳເນີນເປັນເວລາ 3 ວັນ, ສັບປະດາວັດທະນະທຳ - ການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ ແລະ ນະຄອນ ໂຮ່ຈີມິນ ຢູ່ ລາວ  ຈະມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ງານວາງສະແດງພາບຖ່າຍແນະນຳສີສັນວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າ, ຜະລິດຕະພັນທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອ, ນະຄອນ ໂຮ່ຈີມິນ ແລະ ແຂວງ ຫຼວງພະບາງ. ນອກຈາກນັ້ນແລ້ວ, ບັນດາແຂວງທີ່ເຂົ້າຮ່ວມສັບປະດາຄັ້ງນີ້ ກໍ່ຍັງຈັດເຂດວາງສະແດງ, ແນະນຳ ແລະ ໂຄສະນາບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງຕົນອີກດ້ວຍ.


 

ຕອບກັບ

ຂ່າວ/ບົດ​ອື່ນ