ໄຂສັບປະດາວັດທະນະທຳ -ທ່ອງທ່ຽວ ຊາປາ 2015

ໄຂສັບປະດາວັດທະນະທຳ -ທ່ອງທ່ຽວ ຊາປາ 2015 - ảnh 1
(ພາບປະກອບ)

​(vovworld) –   ສັບປະ​ດາວັດທະນະ​ທຳ - ທ່ອງ​ທ່ຽວ ຊາ​ປາ 2015, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 30/04, ຢູ່​ເທດສະບານ​ເມືອງ​ຊາ​ປາ, ​ລາວ​ກາຍ. ນີ້​ແມ່ນ​ເຫດການ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ອະນຸລັກຮັກສາ ​ແລະ ​ໂຄສະນາ​ບັນດາ​ຄວາມ​ງາມ​ດ້ານ​ທິວ​ທັດ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ​ແລະ ວັດທະນະທຳ​ທີ່​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ເມືອງ​ຊາ​ປາ. ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຊົນ​​​ເຜົ່າ​ຄື: “ງານ​ບຸນ​ເທິງ​ເມກ” ​ຢູ່​ເຂດ​ທ່ອງ​ທ່ຽວ​ພູ ຮ່າ​ມຣົ່ງ, “​ເປັນຊາວ​ກະສິກອນ​ໃນມື້ໜຶ່ງ” ຢູ່​ຕາ​ແສງ ຕາຟິ່ນ, “ວັນ​ບຸນ​ວັດທະນະ​ທຳ​ບ້ານ ຊາວມົ້ງກ໋າດກ໋າດ” ​ແລະ ບັນດາ​ລາຍການ​ຄົ້ນ​ຫາ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ. ຄຳ​່ຄືນ​ໄຂ​ສັບ​ປະດາ​ໄດ້​ດຶງ​ດູດນັກ​ທ່ອງ​ທ່ຽວ​ກວ່າ 2 ໝື່ນ​ຄົນ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ