ໄຂສັບປະດາວັດທະນະທຳ, ທ່ອງທ່ຽວຊາປາ ປີ 2014

ໄຂສັບປະດາວັດທະນະທຳ, ທ່ອງທ່ຽວຊາປາ ປີ 2014 - ảnh 1
ໄຂ​ສັບປະດາ​ວັດທະນະທຳ, ທ່ອງ​ທ່ຽວ​ຊາ​ປາ ປີ 2014
(ພາບ: Báo Lào Cai)


(vovworld) - ​​ ຕອນ​ຄໍ່າ​ວັນ​ທີ 30/04, ຢູ່​ເທດສະບານ​​ເມືອງທ່ອງ​ທ່ຽວ ຊາ​ປາ, ​ແຂວງ​ລາວ​ກາຍ ​ໄດ້​ໄຂ “ສັບປະດາ​ວັດທະນະທຳ, ທ່ອງ​ທ່ຽວ​ຊາ​ປາ ປີ 2014”. ນີ້​ແມ່ນ​ເຫດການ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ ​ແລະ ​ໂຄສະນາບັນດາ​ຈຸດ​ຄວາມ​ງາມ​ກ່ຽວ​ກັວທິວ​ທັດ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ​ແລະ ວັດທະນະທຳ​ທີ່​​ມີຫຼາຍ​ຮູບ​ຫຼາຍ​ແບບຂອງ​ເມືອງ​ຊາ​ປາ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເມືອງ ຊາ​ປາ ​ໄດ້ສຸມ​ໃສ່​ພັດທະນາ​ການທ່ອງທ່ຽວ. ປະຈຸ​ບັນ ຊາປາ ​ແມ່ນ​ໜຶ່ງ​ໃນ​ຈຳນວນ 21 ສະຖານ​ທີ່​ທ່ອງ​ທ່ຽວສະ​ເພາະ​ຂອງ​ທົ່ວ​ປະ​ເທດ ຕິດ​ພັນ​ກັບ​ບັນດາ​ຮູບ​​ແບບທ່ອງທ່ຽວ​ບຳລຸງ​ສຸຂະພາບ, ທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ປະຈົນ​ໄພ ​ແລະ ທ່ອງ​ທ່ຽວຢູ່​ເຂດ​ຊຸມ​ຊົນ, ພ້ອມ​ກັບ​ການ​ຄົ້ນ​ຫາບັນດາ​ຈຸດ​ວັດທະນະທຳ​ພິ​ເສດ​ຂອງ​ບັນດາ​ເຜົ່າ. ຕາມ​​ຕົວ​ເລກ​ສະ​ຖິຕິ​ແລ້ວ, ປີ 2013, ຊາ​ປາ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 720.000 ​ເທື່ອ​ຄົນ, ​ໃນ​ນັ້ນ 45% ​ແມ່ນ​ແຂກ​ທ່ອງ​ທ່ຽວທີ​່ມາ​ຈາກ 80 ປະ​ເທດ​ໃນ​ໂລກ. ປີ 2014 ນີ້, ສັບປະດາ​ວັດທະນະທຳ​ທ່ອງ​ທ່ຽວ ຊາ​ປາ ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 29/04 – 04/05 ດ້ວຍ​ເນື້ອ​ໃນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ.

ຂ່າວ/ບົດ​ອື່ນ