ໄຂສັບປະດາວັດທະນະທຳ ອາຊຽນ ຢູ່ເມກຊີໂກ - ຫວຽດນາມ ຍົກສູງບົດບາດຂອງສະຫະສະມາຄົມ

(VOVWORLD) - ວັນທີ 12 ກັນຍາ, ສະພາຕ່ຳສະຫະພາບ ເມກຊີໂກ ສົມທົບກັບສະຖານທູດ ບັນດາປະເທດ ອາຊຽນ ປະຈຳ ເມກຊີໂກ (ເຊິ່ງລວມມີ ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ), ໄດ້ໄຂສັບປະດາວັດທະນະທຳສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ແລະ ກອງປະຊຸມສຳມະນາກ່ຽວກັບ ອາຊຽນ, ຢູ່ສຳນັກງານສະພາຕ່ຳ.
ໄຂສັບປະດາວັດທະນະທຳ ອາຊຽນ ຢູ່ເມກຊີໂກ - ຫວຽດນາມ ຍົກສູງບົດບາດຂອງສະຫະສະມາຄົມ - ảnh 1ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ ງານບຸນ

ທີ່ກອງປະຊຸມສຳມະນາກ່ຽວກັບອາຊຽນ, ບັນດາເອກອັກຄະລັດຖະທູດ ອາຊຽນ ໄດ້ແນະນຳກ່ຽວກັບປະຫວັດສາດ, ວິວັດແຫ່ງການສ້າງຕັ້ງ ຂອງກຸ່ມອາຊຽນ, ກ່ຽວກັບປະຊາຄົມ ອາຊຽນ… ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມກຊີໂກ ເລລີງລານ ໄດ້ຊີ້ແຈ້ງບົດບາດຂອງ ອາຊຽນ ເວົ້າລວມ, ບັນດາການປະກອບສ່ວນຂອງ ຫວຽດນາມ ເວົ້າສະເພາະ, ໃນການຮັກສາສະຖຽນລະພາບ, ສັນຕິພາບ, ຄວາມວັດທະນາຖາວອນ ແລະ ຊຸກຍູ້ການເຕີບໂຕເສດຖະກິດຂະຫຍັນຂັນເຄື່ອນຂອງ ອາຊີ - ປາຊີຟິກ.  

ຕອບກັບ

ຂ່າວ/ບົດ​ອື່ນ