ໄຂສັບປະດາວັດທະນະທຳ,ການທ່ອງທ່ຽວທັດສະນີຍະພາບນາຂັ້ນໄດມູ່ກາງຈ໋າຍປີ2016

ໄຂສັບປະດາວັດທະນະທຳ,ການທ່ອງທ່ຽວທັດສະນີຍະພາບນາຂັ້ນໄດມູ່ກາງຈ໋າຍປີ2016 - ảnh 1
(ພາບປະກອບ: TTXVN)

(vovworld) - ​ ​ ຕອນ​ຄ່ຳ​ວັນ​ທີ 18/09, ​ແຂວງ ອຽນ​ບ໋າ​ຍ ​ໄຂ​ສັບປະດາ​ວັດທະນະທຳ​ການທ່ອງທ່ຽວ​ທັດສະນີ​ຍະ​ພາບ​ນາ​ຂັ້ນ​ໄດ ມູ່ກາງຈ໋າຍ ປີ 2016. ທີ່ພິທີ​ໄຂ​ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ ດ້ວຍລາຍການສີ​ລະ​ປະ​ເປັນ​ເອກະລັກ​ສະ​ເພາະ​ຫລາຍ​ຢ່າງ​ຄື: ຟ້ອນ​ແຄນມົງຂອງນັກ​ສິລະ​ປະ 100 ຄົນ, ວາດ​ພາບພິທີ​ງານ​​ ເກົ່າ​ຕ່າວ, ງານ​ບຸນ​​ເຂົ້າ​ຈີ່ ​ຂອງ​ຊົນ​ເຜົ່າ​ມົງ…​ອັນໄດ້​ແນະນຳ​​ເຖິງ​ນັກ​ທ່ອງ​ທ່ຽວ​ເຂດ​ພູດ​ອຍ ມູ່ກາງຈ໋າຍ ​ທີ່ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ, ​ແລະ ​ນັບ​ມື້​ນັບ​ມີ​ການປ່ຽນ​ແປງ ​ແລະ ພັດທະນາ. ທ່ານ​ນາງ ​ເລືອ​ງທິຊ໋ວຽນ ຮອງ​ປະທານ​ຄະນະ​ກຳມະ​ການ​ເມືອງ ມູ່ກາງຈ໋າຍ ​ແຂວງ ອຽນ​ບ໋າ​ຍ ​ໃຫ້​ຮູ້​ວ່າ:

        ​ໃນສັບປະດາ​ວັດທະນະທຳ​ການທ່ອງທ່ຽວ​ທັດສະນີ​ຍະ​ພາບ​ນາ​ຂັ້ນ​ໄດ ມູ່ກາງຈ໋າຍ, ພວກ​ຂ້າພະ​ເຈົ້າ ກຳ​ນົດວ່າອັນ​​ໃດ​ ແມ່ນທິດ​ທາງຖືກຕ້ອງ​​ເພື່ອຊ່ວຍ​ໃຫ້​ພໍ່​ແມ່​ປະຊາຊົນ​ໃນ​ບໍລິ​ເວນ ມູ່ກາງຈ໋າຍ ​ເຮັດການທ່ອງທ່ຽວ, ພວກ​ຂ້າພະ​ເຈົ້າ​ໄດ້ຈັດ​ຕັ້ງສັບປະດາ​ວັດທະນະທຳ​ການທ່ອງທ່ຽວ​ທັດສະນີ​ຍະ​ພາບ​ນາ​ຂັ້ນ​ໄດ ມູ່ກາງຈ໋າຍ ​ເປັນ​ປະຈ​​ຳປີ. ​ເມື່ອ​ມາ​ຢ້ຽມຢາມ ມູ່ກາງຈ໋າຍ ​ແຂກ​ທ່ອງ​ທ່ຽວ ມີ​ໂອກາດ​ຄົ້ນ​ຫາທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ ​ແລະ​ຄົ້ນ​ຫາ​ວັດທະນະທຳ​ຂອງ​ຊົນ​ເຜົ່າ. ໝັ້ນ​ໝາຍ​ໃນ​ອະນາຄົດ ມູ່ກາງຈ໋າຍ ຈະ​ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ.

 

ຂ່າວ/ບົດ​ອື່ນ